![ຊາວກະສິກອນຫວຽດນາມດີເດັ່ນ ປີ2015 ຈະໄດ້ຮັບການເຊີດຊູໃນມໍ່ໆນີ້ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/tpuokbj/2015_10_07/111.jpg)
ພິທີເຊີດຊູ ແລະ ມອບນາມມະຍົດ ຊາວກະສິກອນ ຫວຽດນາມ
ທີ່ດີເດັ່ນປີ 2015” ຈະດຳເນີນໃນວັນທີ 14/10 ຢູ່ຮ່າໂນ້ຍ
(ພາບ:vietq.vn)
(vovworld) – “ພິທີເຊີດຊູ ແລະ ມອບນາມມະຍົດ ຊາວກະສິກອນ ຫວຽດນາມ ທີ່ດີເດັ່ນປີ 2015” ຈະດຳເນີນໃນວັນທີ 14/10 ຢູ່ຮ່າໂນ້ຍ. ນີ້ແມ່ນຂ້ໍມູນຂ່າວໂດຍຄະນະຈັດຕັ້ງລາຍການ ເອກອ້າງທະນົງໃຈຊາວກະສິກອນ ຫວຽດນາມ ໃຫ້ຮູ້ທີ່ການປະຊຸມຂ່າວເຊິ່ງດຳເນີນໃນຕອນເຊົ້າວັນທີ 7/10 ຢູ່ຮ່າໂນ້ຍ. ຕາມນັ້ນ, ຄະນະຈັດຕັ້ງຈະເຊີດຊູຊາວກະສິກອນ 63 ຄົນ ໄດ້ຮັບນາມມະຍົດ “ຊາວກະສິກອນ ຫວຽດນາມ ທີ່ດີເດັ່ນປີ 2015”, ເພື່ອແນໃສ່ຍົກສູງທີ່ຕັ້ງບົດບາດຂອງຊາວກະສິກອນ ຫວຽດນາມ ໃນວິວັດແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ພິເສດໃນໄລຍະປະເທດຊາດພວມເຊື່ອມໂຍງ ຢ່າງເລິກເຊິ່ງ ກ້ວາງຂວາງເຂົ້າກັບພື້ນຖານເສດຖະກິດໂລກ.