ຊາວຄຼິດຢູ່ນະຄອນໂຮ່ຈິມີນຍູ້ແຮງການແຂ່ງຂັນຮັກຊາດ,ສາມັກຄີຮ່ວມເດີນທາງກັບຊາດ

ຊາວຄຼິດຢູ່ນະຄອນໂຮ່ຈິມີນຍູ້ແຮງການແຂ່ງຂັນຮັກຊາດ,ສາມັກຄີຮ່ວມເດີນທາງກັບຊາດ - ảnh 1
ຄູນ​ພໍ່ ຟານ​ຄັກ​ຕື ໄດ້​ຮັບ​ການ​ເລ​ືອກ​ເຟັ້ນ​ເປັນ​ປະ​ທານ
ຄະ​ນະ​ກຳ​ມະ​ການ​ສາ​ຄັກ​ຄີ​ຊາວ​ຄຼິດ ຫວຽດ​ນາມ ນະ​ຄອນ ໂຮ່​ຈິ​ມີນ
ພາບ:baotintuc

(vovworld)- ສ້າງ​ແຜນ​ການ,ເນື້ອ​ໃນ, ລາຍ​ການ​ກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ບັນ​ດາ​ຊາວ​ຄຼິດ​ຢູ່​ນະ​ຄອນ ໂຮ່​ຈິ​ມີນ ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຄັ້ງ​ທີ 3; ສົມ​ທົບ​ກັນ ແລະ ແນະ​ນຳ​ຈັດ​ຕັ້ງ​ຂະ​ບວນ​ການ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີ​ສ້າງ​ຊີ​ວິດ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ຊຸມ​ຊົນ- ຢູ່​ໃນ​ສິນ​ກິນ​ໃນ​ທຳ”, ຕັ້ງ​ຫນ້າ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ບັນ​ດາ​ຂະ​ບວນ​ການ, ການ​ຂົນ​ຂວາຍ ໂດຍ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຢູ່​ນະ​ຄອນ​ໂຮ່​ຈິ​ມີນ ຈັດ​ຕັ້ງ. ນີ້​ແມ່ນ​ເນື້ອ​ໃນ​ຈຸດ​ສຸມ ໂດຍ​ຄະ​ນະ​ກຳ​ມະ​ການ​ສາ​ຄັກ​ຄີ​ຊາວ​ຄຼິດ ຫວຽດ​ນາມ ນະ​ຄອນ ໂຮ່​ຈິ​ມີນ ມີ​ຄ​ວາມ​ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ໃນ​ປີ 2017 ທີ່ກອງ​ປະ​ຊຸມ​ສະ​ຫລຸບ​ການ​ເຄື່ອນ​ໄຫວ​ປີ 2016 ແລະ ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ປີ 2017 ຊື່ງ​ຈັດ​ຂື້ນ​ໃນ​ວັນ​ທີ 11/2. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫງວຽນ​ຮ່​ວາງ​ນັງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນະ​ຄອນ​ໂຮ່​ຈິ​ມີນ ຖື​ວ່າ: ຊາວ​ຄຼິດໄດ້​ປະ​ຕິ​ບັດ​​ເປັນ​ຢ່າງ​ດີບົດ​ບາດ​ເປັນ​ພົນ​ລະ​ເມືອງ​ດີ. ໃນ​ປີ 2017, ຄະ​ນະ​ກຳ​ມະ​ການ​ສືບ​ຕໍ່​ໂຄ​ສະ​ນາ, ຂົນ​ຂວາຍ​ຊາວ​ຄຼິດ ຕັ້ງ​ຫນ້າ​ເຂົ້າ​ຮ່ວ​ມ​ບັນ​ດາ​ລາຍ​ການ​ຂົ​ນ​ຂວ​າຍ​ສະ​ເຫລີມ​ສະ​ຫລອງ​ບັນ​ດາ​ວັນ​ບຸນ​ໃຫຍ່, ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ສາ​ມັກ​ຄີ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ປະ​ຕິ​ບັດ​ບັນ​ດາ​ຄາດ​ ​ ໝາຍເສດຖະ​ກິດ​ສັງ​ຄົມ​ປີ  2017 ຂອງ​ນະ​ຄອນ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ.


ຕອບກັບ

ຂ່າວ/ບົດ​ອື່ນ