ຊາວຫວຽດນາມຢູ່ສະຫະພັນລັດເຊຍຄັດຄ້ານຈີນ

ຊາວຫວຽດນາມຢູ່ສະຫະພັນລັດເຊຍຄັດຄ້ານຈີນ - ảnh 1
ງານ​ຊຸມນຸມ​ ຄັດຄ້ານ​ການ​ກະທຳ​ຂອງ​ຈີນ


(vovworld)- ວັນ​ທີ 8/6, ຢູ່ ນະຄອນຫລວງ ມົດ​ສະ​ກູ, ຊາວ​ຫວຽດນາມ​ອາ​ໄສ,ຮຳ່ຮຽນ ​ແລະ ທຳ​ມາ​ຫາ​ກິນ​ຢູ່ ສະຫະພັນ​ລັດ​ເຊຍ ​ເປັນ​ຈຳນວນ​ຫລວງຫລາຍ ​ໄດ້​ເຂົ້າ​ຮ່ວມ​ງານ​ຊຸມນຸມ​ມິດ​ຕິງ ຄັດຄ້ານ​ການ​ກະທຳ​ຂອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ ຂອງ​ຫວຽດນາມ​ກ ທ່ານ ຫງວຽນ​ກວກ​ຮູ່ງ, ຕາງຫນ້າ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ສະຫະພັນ​ລັດ​ເຊຍ ອ່ານ​ຄຳ​ຖະ​ແຫລ​ງຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ລັດ​ເຊຍ ສະ​ແດງ​ທ່າ​ທີສະຫນັບສະຫນູນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ​ໃນ​ການ​ຕໍ່ສູ້​ກັບ​ຈີນ. ທ່ານ ຮ່າ​ຊວນ​ແທງ,​ຮອງ​ປະທານ​ສະມາຄົມ​​ເພື່ອນຮ່ວມ​ບ້ານ​ເກີດ​ເມືອງ​ນອນ​ແຂວງ ​ແທງ​ຮວາ ​ໃຫ້​ຮູ້​ວ່າ:

        “ຊື່​ງ​ແມ່ນ​ຊາວ​ຫວຽດນາມ​ຜູ​້ຫນຶ່ງ ​ແລະ ບັນດາພໍ່​ແມ່​ປະຊາຊົນ​ແຂວງ ​ແທງ​ຮວາ ຫ່າງ​ໄກ​ບ້ານ​ເກີດ​ເມືອງ​ນອນພວມ​ທຳ​ມາ​ຫາ​ກິນ​ຢູ່ ລັ​ດ​ເຊຍ, ພວກ​ຂ້າພະ​ເຈົ້າ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ ​ແລະ ຮຽກຮ້ອງ​ຝ່າຍ​ຈີນ ຈົ່ງ​ຖອນ​ຮ້ານ​​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ ຂອງ​ຫວຽດນາມ. ​ໃນ​ໄລຍະ​ຜ່ານ​ມາ, ພໍ່​ແມ່​ປະຊາຊົນ​ແຂວງ ​ແທງ​ຮວາຢູ່ ລັດ​ເຊຍ ​ໄດ້​ບໍລິຈາກ​ເງິນ, ລະ​ດົມ​ກຳລັງ​ໃຈ​ຕຳຫລວດ​ທະ​ເລ, ຊາວ​ປະມົງ ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​ແຜ່​ນດິນ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ. ”

ຂ່າວ/ບົດ​ອື່ນ