ຊາວຫວຽດນາມອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈພັດທະນາວິທະຍາສາດເຕັກໂນໂລຢີຂອງນະຄອນໂຮ່ຈີມິນ

ຊາວຫວຽດນາມອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈພັດທະນາວິທະຍາສາດເຕັກໂນໂລຢີຂອງນະຄອນໂຮ່ຈີມິນ - ảnh 1
ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ 2 ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາ​ະ

(vovworld) – ​ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຊາວ ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທ​ດ ທີ່​ພວມ​ດຳ​ເນີນ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ຕອນ​ເຊົ້າ​ວັນ​ທີ 13/11 ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ 2 ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາ​ະ​ແມ່ນ: “ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ການ​ພັດທະນາ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ​ເສດຖະກິດ​ພູມປັນ​ຍາ​ຂອງ​ນະຄ​ອນ​ໂຮ່ຈີ​ມິນ” ​ແລະ “ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ການ​ລົງທຶນ​ພັດທະນາ​ການ​ຄ້າ, ການ​ບໍລິການ​ຂອງ​ນະຄອນ ​ໂຮ່ຈີ​ມິນ” …​ໃນ​ອາຍຸ​ການ 2015 – 2020, ນະຄອນ ​ໂຮ່ຈີ​ມິນ ສູ້​ຊົນ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ສູນກາງ​ໃຫຍ່​ກ່ຽວ​ກັບ ​ເສດຖະກິດ, ການ​ເງິນ, ການ​ຄ້າ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີຂອງ​ພາກ​ພື້ນອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ເພື່ອ​ປະຕິບັດ​ຈຸດໝາຍ​ດັ່ງກ່າວ, ​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ປ່ຽນ​ໃໝ່​ຫົວຄິດ​ປະດິດ​ສ້າງຂອງ​ນະຄອນ ຈະ​ສຸ​ມ​ໃສ່​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ແມ່ນ: ຄົ້ນຄວ້າ​ພັດທະນາ​ຕິດ​ພັນ​ກັບ​ກຳນົດ​ທິດ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ, ຊຸກຍູ້ການ​ສ້າງ ​ແລະ ພັດທະນາ​ລະບົບ​ຊີວະ​ພາບ ປ່ຽນ​ໃໝ່​ຫົວຄິດ​ປະດິດ​ສ້າງ ​ແລະ ດຳ​ເນີນ​ອາຊີບ, ພັດທະນາ​ບັນດາກຳລັງ​​ບົ່ມ​ຊ້ອນ​ດ້ານວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ພັດທະນາ​ຕະຫລາດ​ເຕັກ​ໂນ​ໂລ​ຢີ…ກ່ຽວ​ກັບ​ຈຸດໝາຍ​ນີ້ ສາດສະດາຈານ ຫງວຽນ​ດັງ​ບັງ ອາຈານ​ສອນ​ຢູ່​ມະຫາວິທະຍາ​ໄລ Cambridge ລາຊະ​ອານາຈັກ​ ອັງກິດ ​ໃຫ້​ຄຳ​ເຫັນ​ວ່າ:

        “ຕາມ​ຂ້າພະ​ເຈົ້າ​ແລ້ວສິ່ງ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ ຍົກ​ສູງ​ລະດັບການ​ຄົ້ນຄວ້າ​ຂອງ​ບັນດາ​ສູນ​ເຕັກ​ໂນ​ໂລ​ຢີສູງຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ຢາກ​ຄື​ແນວ​ນັ້ນ ພວກ​ເຮົາ​ຕ້ອງ​ສ້າງ​ສູນ​ຄົ້ນຄວ້າ​ຢ່າງແຮງ ​ເຊິ່ງຂ້າພະ​ເຈົ້າສະ​ເໜີ​ວ່າ ພວກເຮົາ​ຕ້ອງ​ຄິດເຖິງ​ເລື່ອງ​ສ້າງມະຫາ​ວິທະຍາ​ໄລ​ຄົ້ນຄວ້າ, ບໍ່​ຕ້ອງ​ໃຫຍ່ ​ແຕ່​ຄຸນ​ນະພາ​ບການ​ຄົ້ນຄວ້າ​ຕ້ອງ​ສູງ, ດັ່ງ​ນັ້ນ ຕ້ອງ​ສ້າງ​ແຜນ​ຮ່າງ ​ເພື່ອ​ໃຫ້ 20 25 ປີ​ຈະ​ມາ​ເຖິງ​ຕ້ອງ​ເປັນ​ໜຶ່ງ​ໃນ​ຈຳນວນ 50 ປະ​ເທດ​ແຖວ​ໜ້າຂອງ​ໂລກກ່ຽວ​ກັບ​ຂົງ​ເຂດ​ນີ້. ສິ່ງ​ດັ່ງກ່າວ​ບໍ່​ງ່າຍດາຍ ​​ແຕ່​ພວກ​ເຮົາ​ສາມາດ​ເຮັດ​ໄດ້​ຢ່າງ​​ແນ່ນອນ.”

ຂ່າວ/ບົດ​ອື່ນ