ຊາວຫວຽດນາມອາໄສຢູ່ສະວິດແລະເພື່ອນມິດສາກົນຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກ

ຊາວຫວຽດນາມອາໄສຢູ່ສະວິດແລະເພື່ອນມິດສາກົນຄັດຄ້ານການກະທຳຂອງຈີນຢູ່ທະເລຕາເວັນອອກ - ảnh 1
(ພາບ: Tố Uyên/Vietnam+)

(vovworld) – ​ໂດຍ​ສືບ​ຕໍ່​ການ​ເດີນຂະ​ບວນຂອງ​ຊາວ ຫວຽດນາມ ອາ​ໄສ​ຢູ່ ​ເຊີ​ແນວ ​ແລະ ຢູຣິກ ​​ເມື່ອ​ເດືອນ​ກ່ອນ, ຕອນ​ບ່າຍ​ວັນ​ທີ​ 21/6, ​ເພື່​ອນມິດສາ​ກົນ​ນັບ​ຮ້ອຍ​ຄົນ ພ້ອມ​ກັບ​ນັກ​ສຶກສາ, ຊາວ ຫວຽດນາມ ພວມ​ຮຳ່​ຮຽນ ​ແລະ ອາ​ໄສ​ຢູ່​ປະ​ເທດ​ນີ້ ​ໄດ້​​​ເດີນຂະ​ບວນຢູ່​ຖະໜົນ​ສາຍ​ຕ່າງໆ​ຢູ່​ນະຄອນຫຼວງ Bern ຂອງ ສະ​ວິດ ​ແລະ ​ເຕົ້າ​ໂຮມ​ຢູ່​ສະໜາມ​ຫຼວງ Helvetiaplatz ​ເພື່ອ​ຄັດຄ້ານ​ບັນ​ດາ​ການ​ເຄື່​ອນ​ໄຫວ​ປິນ​ຂັ້ນ​ໄດຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ເມື່ອ​ນຳ​ຮ້າຍ​​ເຈາະ​ນ້ຳ​ມັນ ​ໄຮ​ຢາງ - 981 ​ເຂົ້າ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ.

    ​ເພື່ອນ​ມິດສາ​ກົນ​ຫຼາຍ​ຄົນ​ເຂົ້າ​ຮ່ວມ​ການ​​ເດີ​ນ​ຂະ​ບວນ​ໃຫ້​ຮູ້​ວ່າ ສະໜັບສະໜູນ​ທັດສະນະ​ຂອງ ຫວຽດນາມ ​ແກ້​ໄຂ​ບັນ​ຫາ​ນີ້​ຜ່ານ​ການ​ໂອ້​ລົມ​ສົນທະ​ການ, ສັນຕິພາບ, ບົນ​ພື້ນຖານ​ກົດໝາຍ​ສາກົນ​, ຄັດຄ້ານ​ບັນດາ​ການ​ກະທຳ​ກະຫາຍ​ສົງຄາມ ​ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ, ບໍ່​ຫົວຊາ​ຕໍ່​ສັນຕິພາບ ​ແລະ ຄວາມ​ຍຸຕິ​ທຳ​ຂອງລັດຖະບານ ຈີນ. ທ່ານ Philippe Schneider, ຮັບຜິດຊອບ​ບັນດາ​ໂຄງການ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ສະ​ວິດ ຖື​ວ່າ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ 5 ປະ​ເທດ​ມີ​ສິດ​ຢັບຢັ້ງ ​ໃນ​ສະພາ​ຄວາມ​ໝັ້ນຄົງ ສປຊ, ຈີນ ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ພິ​ເສດ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ສາກົນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ການ​ກະທຳ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ​ໄດ້​ໄປ​ຝືນ​ກັບ​ຄວາມ​ຮອບ​ຜິດ​ຊອບ​ສາກົນ​ນັ້ນ.



ຂ່າວ/ບົດ​ອື່ນ