ຊາວຫວຽດນາມເຊື່ອໝັ້ນຕໍ່ຄະນະບໍລິຫານງານສູນກາງພັກຊຸດທີ12ມີຄຸນສົມບັດ,ມີຄວາມເກັ່ງກ້າຢ່າງເພື່ອນຳພາປະເທດຊາດ

ຊາວຫວຽດນາມເຊື່ອໝັ້ນຕໍ່ຄະນະບໍລິຫານງານສູນກາງພັກຊຸດທີ12ມີຄຸນສົມບັດ,ມີຄວາມເກັ່ງກ້າຢ່າງເພື່ອນຳພາປະເທດຊາດ - ảnh 1
(ກອງ​ປະຊຸມ​ໃຫຍ່ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 26/01, ກອງ​ປະຊຸມ​ໃຫຍ່ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ​ໄດ້​ປະກາດ​ໝາກຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12. ​ຜ່ານ​ການ​ຕິດຕາມ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ຜ່ານສື່​ມວນ​ຊົນ ທ່ານ​ ຟ້າ​ມວັນ​ຈ້ອນ ຢູ່​ນະຄອນ ​ເກີນ​ເທີ ຖື​ວ່າ: ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ​ໄດ້​ເລືອກ​ຕັ້ງ​ກຳມະການສົມ​ບູນ 180 ທ່ານ ​ແລະ ກຳມະການ​ສຳຮອງ 20 ທ່ານ​ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12, ຄວາມ​ຈິງ​ແມ່ນ​ບັນດາ​ຜູ້​​ມີ​ຄຸນສົມບັດ ​ແລະ ຄວາມ​ເກັ່ງ​ກ້າ​ສາມາດ​ສົມ​ເປັນຜູ້​ແບກ​ຫາບພາລະ​ໜ້າ​ທີ່​ຂອງ​ປະ​ເທດ​ຊາດ. ທ່ານ ຟ້າມວັນ​ຈ້ອນ ​ໃຫ້​ຮູ້​ວ່າ:

        “​ໂດຍ​ຜ່ານ​ກອງ​ປະຊຸມ​ໃຫຍ່ ພວກ​ຂ້າພະ​ເຈົ້າຝາກຝັງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ບັນ​ດາ​ຜູ້​ແທນ​ທີ່ໄດ້ຮັບ​ການ​ເລືອກ​ຕັ້ງ​ເອົາ​ຜູ້​ທີ່​ມີ​ຄຸນສົມບັດ ​ແລະ ຄວາມ​ເກັ່ງ​ກ້າ ​ເພື່ອ​ປະຕິບັດ​ເຈດ​ຈຳນົງ​ຂອງ​ປະຊາຊົນ​ໃຫ້​ດີ. ຂ້າພະ​ເຈົ້າ​ແມ່ນ​ສະມາຊິກ​ພັກ ຍາມ​ໃດ​ກໍ່ມີ​ຄວາມ​ຫວັງຢາກ​ໃຫ້​ພວກ​ເຮົາ ມີ​ປະ​ເທດ​ແຫ່ງ​ສັນຕິພາບ​ເສດຖະກິດ​ພັດທະນາ ​ແລະ ປະຊາຊົນ​ໄດ້ອິ່ມໜຳສຳລານ”

        ສ່ວນ​ທ່ານ ຫງວຽນ​ວັນ​ຫາຍ ຢູ່​ແຂວງ ກາ​ເມົາ ປາດ​ຖະໜາ​ຢາກ​​ໃຫ້ຖັນ​ແຖວ​ການ​ນຳ​ໃໝ່​ຂອງ​ພັກ​ຢັ້ງຢືນ​ກ່ຽວ​ກັບບັນຫາ​ອະທິປະ​ໄຕ​ບົນ​ທະ​ເລ​ຕາ​ເວັນ​ອອກຂອງ ຫວຽດນາມ ຢ່າງ​ແຮງ​ກ່ວາ​ອີກ.

        “ບັນດາ​ກຳມະການ​ສູນ​ກາງ​ແມ່ນ​ບັນດາ​ຜູ້​ທີ່ມີຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​​ເກັ່ງ​ກ້າ​ສາມາດ ​ມີ​ວິທີ​ການ​ຊີ້​ນຳນຳພາ ​ເພື່ອ​ຮັກສາພື້ນຖານ​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ, ​ເພື່ອ​ແກ້​ໄຂ​ສະພາບ​ການ​ໃຫ້​ດີ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ນັ້ນ​ແມ່ນ​ຄວາມ​ມຸ່ງ​ມາດປາດ​ຖະໜາຂອງ​ປະຊາຊົນ, ຊາຍ​ແດນຂອງ​ປະ​ເທດ​ຊາດຕ້ອງ​​ໄດ້​ຮັບ​ການຮັກສາ​​ໄວ້, ບໍ່​ໄດ້​ປະໝາດ​ໃນ​ການ​ແກ້​ໄຂ​ກໍລະນີ​ຂອງ​ໝູ້​ເກາະ ຮ່ວາງ​ຊາ ​ແລ​ະ ​ເຈື່ອງ​ຊາ.”

ຂ່າວ/ບົດ​ອື່ນ