ຊາວອັງກິດສ່ວນຫຼາຍຍັງຢາກເປັນສະມາຊິກEU

ຊາວອັງກິດສ່ວນຫຼາຍຍັງຢາກເປັນສະມາຊິກEU - ảnh 1
(ພາບ​ປະ​ກອບ​ຈາກ mirror.co.uk)

(vovworld) – ໝາກ​ຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງຫຼ້າ​ສຸດ​ໂດຍ​ບໍ​ລິ​ສັດ Ipsos Mori ປະ​​ຕິ​ບັດ​ສະ​ແດງ​ໃຫ້​ເຫັນ​ວ່າ: ຜູ້​ມີ​ສິດ​ເລືອກ​ຕັ້ງອັງ​ກິດ 56% ຈະ​ສະ​ໜັບ​ສະ​ໜູນ​ປະ​ເທດນີ້​ສືບ​ຕໍ່​ແມ່ນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ເມື່ອ​ທ​ຽບ​ໃສ່​ກັບ 36% ​ທີ່ຢາກ​ໃຫ້ ລອນດອນ ຕັດ​ແຍກ​ອອກ​ຈາກ​​ອີ​ຢູ​ເຊິ່ງ​ລວມ​ມີ​ 28 ​ປະ​ເທດສະ​ມາ​ຊິກ, ຖ້າ​ຫາກ​ການ​ຢັ່ງ​ຫາງ​ສຽງ​ກ່ຽວ​ກັບ​ຖາ​ນະ​ສະ​ມາ​ຊິກ​ຂອງ ອີ​ຢູ ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຈຸດ​ເວ​ລາ​ປະ​ຈຸ​ບັນ.

        ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ສະ​ໜັບ​ສະ​ໜູນ ອີ​ຢູ ​ຂອງ​ປະ​ຊາ​ຊົນ​ປະ​ເທດນີ້​ໄດ້​ເພີ່ມ​ຂຶ້ນ​ນັບ​ແຕ່​ເມື່ອ​ບັນ​ຫາ​ແຍກ​ຕົວອອກຫຼື​​ເປັນ​ສະ​ມາ​ຊິກ ອີ​ຢູ ​ພົ້ນ​ເດັ່ນ​ຄືນ​ໃໝ່​ດ້ວຍ​​ທ່າ​ໄດ້​ປຽບ​ແມ່ນ​ຂຶ້ນ​ກັບ​ພັກ ເອ​ກະ​ລາດ ອັງ​ກິດ (UKIP) ​ທີ່ມີ​​ແນວ​ຄິດ​ຕ້ານ ເອີ​ລົບ.


ຂ່າວ/ບົດ​ອື່ນ