ຊາວໂລກນັບພັນໆຄົນເຂົ້າຮ່ວມການແຫ່ຂະບວນປະທ້ວງຕ້ານການປ່ຽນແປງຂອງດິນຟ້າອາກາດ

ຊາວໂລກນັບພັນໆຄົນເຂົ້າຮ່ວມການແຫ່ຂະບວນປະທ້ວງຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1
ຊາວໂລກນັບພັນໆຄົນເຂົ້າຮ່ວມການ
ແຫ່ຂະບວນປະທ້ວງຕ້ານການປ່ຽນແປງຂອງດິນຟ້າອາກາດ
(ພາບ: AFP)

(vovworld) ​ ວັນ​ທີ 28/11 ຊາວ​ໂລກນັບ​ພັນໆ​ຄົນ​ໄດ້​ ເຂົ້າ​ຮ່ວມ​ການ​ແຫ່ຂະ​ບວນ ປະ​ທ້ວງຮຽກຮ້ອງ​ບັນດາ​ການ​ນຳ​ຂອງ​ໂລກ​ຕ້ອງ​ມີ​ມາດ​ຕະການ​ຢ່າງ​ແຮງ​    ໃນ​ການ​ຕ້ານ​ປະກົດ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ ​​ເນື່ຶອງ​ໃນ​ໂອກາດ​ກອງ​ປະຊຸມ​ສຸດ​ຍອດ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP21) ຢູ່​ປາ​ຣີ ປະ​ເທດ​ຝຣັ່ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະມຸກ​ລັດບັນດາປະ​ເທດ​ຕ່າງໆ ​ເກືອບ 150 ຄົນ. ການ​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ເກີດ​ຂຶ້ນ​ຢູ່​ບັນດາ​ປະ​ເທດ​ຄື​: ອົດ​ສະ​ຕາ​ລີ, ນິວຊີ​ແລນ, ຟີ​ລິບ​ປິ​່ນ, ບັງ​ກາ​ລາ​ເທດ, ຍີ່ປຸ່ນ, ອັງກິດ ​ແລະ ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ຮຽກຮ້ອງ​​ການປົກ​ປັກ​ຮັກສາ “​ໜ່ວຍໂລກ​ຂຽວ”. ກອງ​ປະ​ຊຸມ COP21 ​ໄດ້ດຳ​ເນີນ​ແຕ່​ວັນ​ທີ 28/11 ຈົນ​ຮອດ​ວັນ​ທີ 11/12 ຢູ່ Le Bourget, ຊານ​ເມືອງ​ທາງ​ພາກ​ເໜືອ​ຂອງ​ນະຄອນຫຼວງ​ປາຣີ. ​ຈຸດປະສົງຂອງ​ປະຊາ​ຄົມ​ສາກົນ​ແມ່ນ​ບັນລຸ​ໄດ້​ຂໍ້​ຕົກລົງຮັກສາ ​ ອຸນຫະພູມ​ຂອງ​ໜ່ວຍ​ໂລກ ນັບ​ແຕ່​ປະຈຸ​ບັນ​ຈົນ​ຮອດ​ ປີ 2100 ​​ແມ່ນເພີ່ມ​ຂຶ້ນ​ບໍ່​ເກີນ 2 ອົງສາ C ​ເມື່ອ​ທຽບ​ໃສ່​ໄລຍະ​ກ່ອນການປະຕິວັດ​ອຸດສາຫະກຳ.

ຂ່າວ/ບົດ​ອື່ນ