ຊາວໜຸ່ມແມ່ນປັດໄຈຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນພາກພື້ນ

(VOVWORLD) -  ກອງກອງປະຊຸມສົນທະນາຊາວໜຸ່ມ ອາຊຽນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ດ້ວຍຫົວຂໍ້ວ່າ: “ຊາວໜຸ່ມແມ່ນປັດໄຈຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນພາກພື້ນ”.

ຊາວໜຸ່ມແມ່ນປັດໄຈຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນພາກພື້ນ - ảnh 1 ກອງປະຊຸມສົນທະນາຊາວໜຸ່ມ ອາຊຽນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ (ພາບ: Tienphong.vn)

ຕອນເຊົ້າວັນທີ 10 ຕຸລາ, ທີ່ຮ່າໂນ້ຍ, ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ (UN Women) ໄດ້ສົມທົບກັບສູນອາສາສະໝັກແຫ່ງຊາດສັງກັດສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສູນຄົ້ນຄວ້າການພັດທະນາແບບຍືນຍົງ ພ້ອມດ້ວຍການໜູນຊ່ວຍຂອງຄະນະປະຕິບັດງານ ການາດາ ປະຈຳ ອາຊຽນ ຈັດຕັ້ງກອງປະຊຸມສົນທະນາຊາວໜຸ່ມ ອາຊຽນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ດ້ວຍຫົວຂໍ້ວ່າ: “ຊາວໜຸ່ມແມ່ນປັດໄຈຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນພາກພື້ນ”.

       ທີ່ກອງປະຊຸມສົນທະນາ, ຜູ້ຕາງໜ້າຊາວໜຸ່ມທີ່ມາຈາກ 10 ປະເທດ ອາຊຽນ ພ້ອມດ້ວຍຊາວໜຸ່ມ ຫວຽດນາມ ກ່ວາ 100 ຄົນ ແລະ ບັນດານັກຊ່ຽວຊານຢູ່ພາຍໃນປະເທດ ແລະ ສາກົນທີ່ມາຈາກບັນດາອົງການຈັດຕັ້ງທີ່ເຄື່ອນໄຫວກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ໄດ້ພ້ອມກັນແລກປ່ຽນກ່ຽວກັບບັນດາສິ່ງທ້າທາຍ ແລະ ມາດຕະການແກ້ໄຂທີ່ບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ພາກພື້ນ ອາຊຽນ ໃນປີ 2030.

 

ຕອບກັບ

ຂ່າວ/ບົດ​ອື່ນ