ຊາອຸດິ ອາຣາເບຍ ເພີ່ມທະວີການປ້ອງກັນ ແລະ ຕ້ານໂລກລະບາດ ອີໂບລາ

  ຊາອຸດິ ອາຣາເບຍ ເພີ່ມທະວີການປ້ອງກັນ ແລະ ຕ້ານໂລກລະບາດ ອີໂບລາ - ảnh 1
ພາລະ​ກອນ​ການ​ແພດ​ຂອງ ຊາ​ອຸ​ດິ ອາຣາ​ເບຍ ​ໄດ້​ມີໜ້າຢູ່ເດີນບິນ​ເພື່ອ​ກວດ​ສຸຂະພາບ​ສຳລັບ​ຜູ້​ໂດຍສານ​

(vovworld)- ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ຂອງ ຊາ​ອຸ​ດິ ອາຣາ​ເບຍ ຫາ​ກໍ​ປະ​ກາດ​ໂຄງການ​ປ້ອງ​ກັນ ​ແລະ ຕ້ານ​ໂລກລະບາດ ອີ​ໂບລາ​ໃໝ່ ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາດ​ຮັບ​ມື​ກ່ອນ​ທີ່​ຈະ​ດຳ​ເນີນ​ເທດສະການ Haj ​ໃນ​ແຕ່ລະ​ປີ, ຊຶ່ງ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ມຸດ​ສະ​ລິ​ມປະມານ 3 ລ້ານ​ຄົນ, ​ໃນ​ນັ້ນ​ມີ​ຫຼາຍ​ຄົນ​ມາ​ຈາກ​ເຂດ​ເກີດ​ໂລກລະບາດ​ຢູ່​ອາຟະ​ລິ​ກາ. ຢູ່​ສະໜາມ​ບິນ​ສາກົນທີ່ Jeddah , ບັນດາ​ພາລະ​ກອນ​ການ​ແພດ​ຂອງ ຊາ​ອຸ​ດິ ອາຣາ​ເບຍ ​ໄດ້​ມີໜ້າ​ເພື່ອ​ກວດ​ສຸຂະພາບ​ສຳລັບ​ຜູ້​ໂດຍສານ​ທຸກໆ​ຄົນ. ຜູ້ອຳນວຍການ​ສູນ​ສາ​ທາລະນະສຸກ​ຢູ່​ເດີນ​ບິນ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ​ໃນ​ກໍລະນີ​ກວດ​ພົບ​ເຫັນ​ຜູ້​ໂດຍສານ​ມີ​ອາການ​ຕິດ​ເຊື້ອ​ໄວຣັດ ອີ​ໂບລາ​ ນັ້ນ, ທິມງານ​ປະຕິກິ​ລີ​ຍາ​ໄວ​ຈະ​ພາ​ຕົວ​ຜູ້​ໂດຍສານ​ຄົນ​ນັ້ນ​ໄປ​ໂຮງໝໍ​ໃນ​ທັນ​ທີ່. 

ຂ່າວ/ບົດ​ອື່ນ