ຊູແອັດ ປະກາດບ້ວງເງິນໜູນຊ່ວຍດ້ານການທະຫານຄັ້ງທີ 14 ໃຫ້ແກ່ຢູແກຼນ

(VOVWORLD) - ທ່ານ Jonson ກໍ່ໃຫ້ຮູ້ວ່າ ລັດຖະບານ ໄດ້ມອບໝາຍໜ້າທີ່ໃຫ້ບັນດາກຳລັງປະກອບອາວຸດພິຈາລະນາວ່າ ຊູແອັດ ອາດຈະສົ່ງເຮືອບິນສູ້ຮົບ Jas Gripen ໃຫ້ແກ່ ຢູແກຼນ ຫຼື ບໍ່?
ຊູແອັດ ປະກາດບ້ວງເງິນໜູນຊ່ວຍດ້ານການທະຫານຄັ້ງທີ 14 ໃຫ້ແກ່ຢູແກຼນ - ảnh 1ທ່ານ Pal Jonson, ລັດຖະມົນຕີກະຊວງປ້ອງກັນປະເທດ ຊູແອັດ (ພາບ:Reuters)

ຊູແອັດ ຈະໃຫ້ການຊ່ວຍເຫຼືອ ຢູແກຼນ ບ້ວນເງິນໜູນຊ່ວຍດ້ານການທະຫານໃໝ່ມີມູນຄ່າ ປະມານ 199 ລ້ານໂດລາສະຫະລັດ. ນີ້ແມ່ນແຈ້ງການໂດຍທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຊູແອັດ Pal Jonson ປະກາດໃນການປະຊຸມຖະແຫຼງຂ່າວໃນວັນທີ 6 ຕຸລາ, ຢູ່ນະຄອນຫຼວງ Stockhom. ທ່ານ Jonson ກໍ່ໃຫ້ຮູ້ວ່າ ລັດຖະບານ ໄດ້ມອບໝາຍໜ້າທີ່ໃຫ້ບັນດາກຳລັງປະກອບອາວຸດພິຈາລະນາວ່າ ຊູແອັດ ອາດຈະສົ່ງເຮືອບິນສູ້ຮົບ Jas Gripen ໃຫ້ແກ່ ຢູແກຼນ ຫຼື ບໍ່?. ຄາດວ່າ, ກອງທັບ ຊູແອັດ ຈະໃຫ້ການຕີລາຄາກ່ຽວກັບບັນຫານີ້ໃນວັນທີ 6 ພະຈິກ ຈະມາເຖິງ.

        ບ້ວງເງິນໜູນຊ່ວຍດ້ານການທະຫານໃໝ່ຈະແມ່ນບ້ວງເງິນໜູນຊ່ວຍດ້ານການທະຫານຄັ້ງທີ 14 ຂອງ ຊູແອັດ ໃຫ້ແກ່ ຢູແກຼນ ນັບແຕ່ເກີດການປະທະກັນ, ອັນໄດ້ຍົກຍອດມູນຄ່າການໜູນຊ່ວຍເຫຼືອດ້ານການທະຫານຂອງປະເທດນີ້ໃຫ້ແກ່ ຢູແກຼນ ຂຶ້ນເປັນ 1,9 ຕື້ ກ່ວາໂດລາສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ