ຊູແອັດ ຮັບດຳລົງຕຳແໜ່ງປະທານ ອີຢູ

(VOVWORLD) -ໂຄງການດຳເນີນງານຂອງ Stockholm ໃນອາຍຸການ 6 ເດືອນຕົ້ນປີ 2023 ກໍ່ໄດ້ຮັບຖືວ່າແມ່ນມັກໃຫຍ່ໄຝ່ສູງ ເມື່ອວາງເປົ້າໝາຍ “ເອີລົບ ມີສີຂຽວກວ່າ, ປອດໄພກວ່າ ແລະ ເສລີກວ່າ” ເປັນພື້ນຖານ.

ວັນທີ 01 ມັງກອນ 2023, ຊູແອັດ ຮັບດຳລົງຕຳແໜ່ງປະທານສະຫະພາບ ເອີລົບ (ອີຢູ) ຖືກກັບຈຸດເວລາບັນດາປະເທດສະມາຊິກເວົ້າສະເພາະ ແລະ ສະຫະພາບເອີລົບເວົ້າລວມ ພວມປະເຊີນໜ້າກັບສິ່ງທ້າທາຍປະຫວັດສາດ. ໂຄງການດຳເນີນງານຂອງ Stockholm ໃນອາຍຸການ 6 ເດືອນຕົ້ນປີ 2023 ກໍ່ໄດ້ຮັບຖືວ່າແມ່ນມັກໃຫຍ່ໄຝ່ສູງ ເມື່ອວາງເປົ້າໝາຍ “ເອີລົບ ມີສີຂຽວກວ່າ, ປອດໄພກວ່າ ແລະ ເສລີກວ່າ” ເປັນພື້ນຖານ. 4 ບຸລິມະສິດເຊິ່ງທ່ານນາຍົກລັດຖະມົນຕີ Ulf Kristersson ໄດ້ວາງອອກໃນອາຍຸການຂອງຕົນ, ລວມມີ: ຄວາມໝັ້ນຄົງ - ສາມັກຄີ; ການຟື້ນຟູ - ແກ່ງແຍ້ງ; ວັດທະນາຖາວອນ - ຫັນເປັນສີຂຽວ ແລະ ພະລັງງານ; ບັນດາຄຸນຄ່າປະຊາທິປະໄຕ ແລະ ອຳນາດນິຕິບັນຍັດ, ກໍ່ສ່ອງແສງບັນດາຫຼັກໝັ້ນເຊິ່ງ ຊູແອັດ ສະໜັບສະໜູນຢູ່ ອີຢູ ແຕ່ດົນນານມານີ້. ພ້ອມທັງ, ໃນອາຍຸການນີ້, ຊູແອັດ ຕ້ອງສືບຕໍ່ຜັນຂະຫຍາຍຂໍ້ລິເລີ່ມ “ປະຕູທົ່ວໂລກ” ເຊິ່ງບັນດາການນຳ ບຣຸກແຊນ ປະກາດໃນທ້າຍປີ 2021 ເພື່ອແນໃສ່ຊຸກຍູ້ບັນດາການຮ່ວມສຳພັນອັດສະລິຍະ, ປອດໄພໃນຂົງເຂດເຕັກໂນໂລຊີດີຈີຕອນ, ພະລັງງານ, ຄົມມະນາຄົມ, ສາທາລະນະສຸກ, ການສຶກສາໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ