ຍົກການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ. ເກົາຫຼີ ພັດທະນາຂຶ້ນສູ່ລະດັບສູງໃໝ່

(VOVWORLD) - ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນກຽມພ້ອມສົມທົບກັບກະຊວງການຕ່າງປະເທດ ສ ເກົາຫຼີ ເພື່ອນຳການພົວພັນຄູ່ຮ່ວມມື, ການຮ່ວມມືຍຸດທະສາດສອງປະເທດ ພັດທະນາຂຶ້ນສູ່ລະດັບສູງໃໝ່;
ຍົກການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ. ເກົາຫຼີ ພັດທະນາຂຶ້ນສູ່ລະດັບສູງໃໝ່ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ: TTXVN)

ວັນທີ 13 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ  ຄົນໃໝ່ Park Jin. ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນກຽມພ້ອມສົມທົບກັບກະຊວງການຕ່າງປະເທດ ສ ເກົາຫຼີ ເພື່ອນຳການພົວພັນຄູ່ຮ່ວມມື, ການຮ່ວມມືຍຸດທະສາດສອງປະເທດ ພັດທະນາຂຶ້ນສູ່ລະດັບສູງໃໝ່; ສະເໜີໃຫ້ລັດຖະບານ ສ. ເກົາຫຼີ ສືບຕໍ່ຮັກສາ ແລະ ເພີ່ມບັນດາບ້ວງເງິນກູ້ຢືມກ້ອນໃຫຍ່ດ້ວຍເງື່ອນໄຂບຸລິມະສິດໃຫ້ແກ່ ຫວຽດນາມ; ເພີ່ມທະວີຄວາມເອົາໃຈໃສ່, ໜູນຊ່ວຍພົນລະເມືອງ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ ເກົາຫຼີ. ທ່ານລັດຖະມົນຕີ Park Jin ຢັ້ງຢືນວ່າ: ສ ເກົາຫຼີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນາຢ່າງແຮງກ່ວາອີກ; ສະເໜີໃຫ້ລັດຖະບານ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ສ. ເກົາຫຼີ, ໂດຍສະເພາະແມ່ນໜູນຊ່ວຍບັນດາອົງການການເງິນ, ທະນາຄານ ສ ເກົາຫຼີ ເປີດກ້ວາງ ການລົງທຶນຢູ່ ຫວຽດນາມ.

        ລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນຢ່າງມີປະສິດທິຜົນທີ່ສຸດ; ເອົາໃຈໃສ່ຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ບັນດາກົນໄກຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ; ຜັນຂະຫຍາຍບັນດາມາດຕະການ ໃຫ້ມີປະສິດທິຜົນເພື່ອປະຕິບັດສຳເລັດເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 100 ຕື້ USD ໃນປີ 2023 ແລະ150 ຕື້ USD ໃນປີ 2030. ລັດຖະມົນຕີສອງທ່ານກໍ່ເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນຂົງເຂດວິທະຍາສາດເຕັກໂນໂລຊີ; ເພີ່ມທະວີການຮ່ວມມືກ່ຽວກັບສາທາລະນະສຸກ, ເປັນຕົ້ນແມ່ນວຽກງານປ້ອງກັນ, ຕ້ານໂລກລະບາດເວົ້າລວມ, ໃນນັ້ນມີໂລກລະບາດໂຄວິດ - 19.

        ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ການຮ່ວມມື ແລະ ການພັດທະນາຢູ່ທະເລຕາເວັນອອກ, ສືບຕໍ່ສະໜັບສະໜູນການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ເຄົາລົບຜົນປະໂຫຍດຂອງບັນດາຝ່າຍກ່ຽວຂ້ອງຢູ່ທະເລຕາເວັນອອກ ໃຫ້ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ