ຍົກຍ້າຍເກືອບ 1.700 ຄົນທີ່ຢູ່ໃກ້ກັບໂຮງງານໄຟຟ້ານິວເຄຼຍ Zaporizhzhia

(VOVWORLD) - ສະພາບການຢູ່ອ້ອມແອ້ມໂຮງງານໄຟຟ້າ ນິວເຄຼຍ Zaporizhzhia “ນັບມື້ນັບຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ມີຄວາມອັນຕະລາຍ”.
ຍົກຍ້າຍເກືອບ 1.700 ຄົນທີ່ຢູ່ໃກ້ກັບໂຮງງານໄຟຟ້ານິວເຄຼຍ Zaporizhzhia - ảnh 1ໂຮງງານໄຟຟ້ານິວເຄຼຍ Zaporizhzhia
(ພາບ:AFP/TTXVN)

ມີປະຊາຊົນປະມານ 1.680 ຄົນ, ໃນນັ້ນມີເດັກນ້ອຍ 660 ໄດ້ຮັບການຍົກຍ້າຍອອກຈາກເຂດທີ່ຢູ່ໃກ້ກັບໂຮງງານໄຟຟ້ານິວເຄຼຍ Zaporizhzhia ຢູ່ ຢູແກຼນ. ໃນແຈ້ງການອອກວັນທີ 7 ພຶດສະພາ, ຜ່ານສື່ສັງຄົມ Telegram, ທ່ານ Yevgeny Balitsky, ເຈົ້າໜ້າທີ່ເຂດໂດຍ ລັດເຊຍ ແຕ່ງຕັ້ງ ຢູ່ Zaporizhzhia ໃຫ້ຮູ້ວ່າ: ໄດ້ຍົກຍ້າຍຈຳນວນຄົນດັ່ງກ່າວໄປຍັງສູນອາໄສຊົ່ວຄາວຢູ່ Berdiansk.

        ກ່ອນໜ້ານັ້ນ, ວັນທີ 6 ພຶດສະພາ, ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ກ່າວເຕືອນວ່າ: ສະພາບການຢູ່ອ້ອມແອ້ມໂຮງງານໄຟຟ້າ ນິວເຄຼຍ Zaporizhzhia “ນັບມື້ນັບຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ມີຄວາມອັນຕະລາຍ”. ຜູ້ອຳນວຍການ IAEA ໄດ້ກ່າວເຕືອນຫຼາຍເທື່ອວ່າ ການປະທະກັນອາດຈະກໍ່ໃຫ້ເກີດໄພພິບັດສຳລັບໂຮງງານໄຟຟ້າ ນິວເຄຼຍ Zaporizhzhia.

ຕອບກັບ

ຂ່າວ/ບົດ​ອື່ນ