ຍົກວົງເງິນການຄ້າ ຫວຽດນາມ-ສ.ເກົາຫຼີ ຂຶ້ນເປັນ 100 ຕື້ ໂດລາສະຫະຫັດ ໃນປີ 2023

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫຼີ ປາກຈິນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນວັນທີ 18 ຕຸລາ
ຍົກວົງເງິນການຄ້າ ຫວຽດນາມ-ສ.ເກົາຫຼີ ຂຶ້ນເປັນ 100 ຕື້ ໂດລາສະຫະຫັດ ໃນປີ 2023 - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບທ່ານ ປາກຈິນ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ (ພາບ:Vũ Dũng/ VOV)

ຕອນເຊົ້າວັນທີ 18 ຕຸລາ, ຢູ່ສຳນັກງານປະທານປະເທດ, ໃນການຕ້ອນຮັບທ່ານປາກຈິນ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ, ທ່ານຫງວຽນຊັວນຟຸກ ປະທານປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າການຮ່ວມມືດ້ານເສດຖະກິດຢາມໃດກໍ່ເປັນເສົາຄ້ຳສຳຄັນ ຂອງການພົວພັນລະຫວ່າງສອງປະເທດ; ທ່ານສະເໜີສອງຝ່າຍເອົາໃຈໃສ່ຊຸກຍູ້ຢ່າງປະສິດທິຜົນ, ມີຄຸນນະພາບ ແລະ ການຂຸດຄົ້ນ ບັນດາສັນຍາການຄ້າເສລີ ຫວຽດນາມ-ເກົາຫຼີ, ສັນຍາຄູ່ຮ່ວມມືດ້ານເສດຖະກິດພາກພື້ນຢ່າງຮອບດ້ານ (RCOP), ສູ້ຊົນບັນລຸເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເປັນ 100 ຕື້ ໂດລາສະຫະລັດ ໃນປີ 2023 ແລະ 150 ຕື້ ໂດລາສະຫະລັດ ໃນປີ 2023 ຕາມທິດດຸ່ນດ່ຽງ. ຫວຽດນາມ ຊົມເຊີຍບັນດານັກລົງທຶນເກົາຫຼີ ທີ່ເປີດກວ້າງຂອບຂະໜາດການລົງທຶນເຂົ້າຫວຽດນາມ, ປະຈບັນ, ບັນລຸ 80 ຕື້ ໂດລາສະຫະລັດ, ໂດຍສະເພາະແມ່ນເຕັກໂນໂລຊີດິຈິຕອນ, ເອເລັກໂຕນິກ, ພະລັງງານທົດແທນ, ການພັດທະນາພື້ນຖານໂຄງລ່າງ, ກໍ່ສ້າງບັນດາສູນເຕັກໂນໂລຊີ ລົງເລິກວິຊາສະເພາະ, ເຂດອຸດສາຫະກຳ, ກະສິກຳເຕັກໂນໂລຊີສູງ

ກ່ອນໜ້ານັ້ນ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ ເກົາຫຼີ ປາກຈິນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນວັນທີ 18 ຕຸລາ. ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບໃນຕອນເຊົ້າວັນທີ 18 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ສົ່ງເສີມບັນດາວິສາຫະກິດ ສ ເກົາຫຼີ ລົງທຶນໃໝ່ ແລະ ເປີດກ້ວາງຂອບຂະໜາດການລົງທຶນຢູ່ ຫວຽດນາມ.
ຍົກວົງເງິນການຄ້າ ຫວຽດນາມ-ສ.ເກົາຫຼີ ຂຶ້ນເປັນ 100 ຕື້ ໂດລາສະຫະຫັດ ໃນປີ 2023 - ảnh 2ການເຈລະຈາລະຫວ່າງສອງຝ່າຍ

        ກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງສະພາບການໃນແຫຼມເກົາຫຼີ ຫວ່າງມໍ່ໆມານີ້, ຫວັງວ່າບັນດາຝ່າຍຈົ່ງລະງັບໃຈ, ຫຼີກລ້ຽງການເພີ່ມທະວີຄວາມເຄັ່ງຕຶງ, ຢຶດໝັ້ນການສົນທະນາ, ຄິດໄລ່ເຖິງຜົນປະໂຫຍດຂອງກັນ ກໍ່ຄືຜົນປະໂຫຍດລວມຂອງພາກພື້ນ ແລະ ສາກົນ, ປະກອສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບໃນແຫຼມ ເກົາຫຼີ, ໃນພາກພື້ນ ແລະ ຢູ່ໃນໂລກ. ທ່ານລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ ປາກຈິນ ຢັ້ງຢືນວ່າ: ຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລຕາເວັນອອກ ແມ່ນສຳຄັນທີ່ສຸດສຳລັບສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ; ສະໜັບສະໜູນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຄວາມເສລີໃນການເດີນເຮືອ ແລະ ການບິນ, ຄວາມເປັນລະບຽບຮຽບຮ້ອຍດ້ານນິຕິທຳ ແລະ ແກ້ໄຂການຂັດແຍ້ງກັນດ້ວຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.

ຕອບກັບ

ຂ່າວ/ບົດ​ອື່ນ