ຍົກສູງຄຸນນະພາບຖັນແຖວຜູ້ພິພາກສາຕອບສະຫນອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງເຂົ້າກັບສາກົນ

ຍົກສູງຄຸນນະພາບຖັນແຖວຜູ້ພິພາກສາຕອບສະຫນອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ​ເຈືອງ​ຮ່​ວາ​ບີງ, ຫົວ​ຫນ້າ​ສານ​ປະ​ຊາ​ຊົນ​ສູງ​ສຸດ
ພາບ:toaan.gov

(vovworld)- ຖັນ​ແຖວ​ຜູ້​ພິ​ພາກ​ສາ ຄວນ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງ ແລະ ບຳ​ລຸງ​ສ້າງ​ຄືນ​ໃຫມ່​ຢ່າງ​ລະ​ອຽດ ເພື່ອ​ແກ້​ໄຂ​ບັນ​ດາ​ລາຍ​ຄະ​ດີ, ພິ​ພາກ​ສາ​ບັນ​ດາ​ອາດ​ຊະ​ຍາ​ກຳ​ປະ​ເພດ​ເກົ່າ ແລະ ປະ​ເພດ​ໃຫມ່, ອາ​ດ​ຊະ​ຍາ​ກຳ​ຂ້າມ​ຊາດ, ບັນ​ດາ​ຄວາມ​ຂັດ​ແຍ້ງ​ມີ​ປັດ​ໄຈ​ຈາກ​ຕ່າງ​ປະ​ເທດ, ຄວາມ​ຂັດ​ແຍ້ງ​ສາ​ກົນ ເປັນ​ຢ່າງ​ດີ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຫນ້າ​ທີ່​ຈຸດ​ສຸມ ຊື່ງ ທ່ານ​ເຈືອງ​ຮ່​ວາ​ບີງ, ຫົວ​ຫນ້າ​ສານ​ປະ​ຊາ​ຊົນ​ສູງ​ສຸດ ເນັ້ນ​ຫນັກ​ທີ່ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ວຽກ​ງານ​ສານ​ປະ​ຊາ​ຊົນ​ສອງ​​ຂັ້ນ ນະ​ຄອນ ໂຮ່​ຈິ​ມີນ ປີ 2016 ດຳ​ເນີນ​ໃນ​ວັນ​ທີ 20/2. ຕ​າມ​ທ່ານ ເຈືອງ​ຮ່​ວາ​ບີງ​ແລ້ວ, ໃນ​ສະ​ພາບ​ການ​ຫວຽດ​ນາມ ພວມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ນັບ​ມື້​ນັບ​ເລິກ​ເຊິ່ງ ກວ້າງ​ຂວາງ​ໃນ​ບັນ​ດາ​ຂົ​ງ​ເຂດ, ຂົງ​ເຂດ​ຕຸ​ລາ​ການ​ກໍ​ໄດ້​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ສາ​ກົນ​ຫລາຍ​ສະ​ບັບ, ລົງ​ນາມ​ໃນ​ສັນ​ຍາ​ຫນູນ​ຊ່ວຍ​ຕຸ​ລາ​ການ​ຫລາຍ​ຝ່າຍ ແລະ ສອງ​ຝ່າຍ ກັບ​ບັນ​ດາ​ປະ​ເທດ. ທ່ານ ເຈືອງ​ຮ່​ວາ​ບີງ ໃສ່​ໃຈ​ວ່າ ສານ​ປະ​ຊາ​ຊົນ​ສອງ​ຂັ້ນ ນະ​ຄອນ​ໂຮ່​ຈິ​ມີນ ຕ້ອງ​ເອົາ​ໃຈ​ໃສ່​ການ​ກະ​ກຽມ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

 

ຂ່າວ/ບົດ​ອື່ນ