ຍົກ​ສູງ​ທີ່​ຕັ້ງ​ຂອງ ກາ​ເຟ ແລະ ຊາ ຫວຽດ​ນາມ ໃນ​ແຜນ​ທີ່​ຜະ​ລິດ​ຕະ​ພັນ​ກະ​ເສດ ໂລກ

(VOVWORLD) - ບັນດາການເຄື່ອນໄຫວໃນວັນບຸນເຊີດຊູ ກາເຟ - ຊາ ຫວຽດນາມ ປີ 2024 ໄດ້ຈັດຂຶ້ນເປັນຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນກ່ວາ, ດຶງດູດການເຂົ້າຮ່ວມ ຂອງວິສາຫະກິດຫຼາຍແຫ່ງ ແລະ ໄດ້ຮັບການແນະນຳ, ໂຄສະນາໃນວົງກ້ວາງ ຜ່ານຫຼາຍຊ່ອງທາງ
ຍົກ​ສູງ​ທີ່​ຕັ້ງ​ຂອງ ກາ​ເຟ ແລະ ຊາ ຫວຽດ​ນາມ ໃນ​ແຜນ​ທີ່​ຜະ​ລິດ​ຕະ​ພັນ​ກະ​ເສດ ໂລກ - ảnh 1ພິທີເຊີດຊູ ກາເຟ - ຊາ ຫວຽດນາມ ປີ 2024 (ພາບ: TTXVN)

ໃນລະຫວ່າງວັນທີ 30 – 31 ມີນາ, ພິທີເຊີດຊູ ກາເຟ - ຊາ ຫວຽດນາມ ປີ 2024 ໄດ້ຈັດຂຶ້ນຢູ່ ຖູດຶກ, ນະຄອນ ໂຮ່ຈີມິນ. ນີ້ແມ່ນບັນດາເຫດການເພື່ອແນໃສ່ໂຄສະນາເຄື່ອງໝາຍການຄ້າ, ເຊື່ອມຕໍ່ການແລກປ່ຽນຄ້າຂາຍ ບັນດາຜະລິດຕະພັນກາເຟ, ຊາ ຫວຽດນາມ ໂດຍໜັງສືພິມ ຜູ້ອອກແຮງງານ ປຸກລະດົມແຕ່ປີ 2023.

ບັນດາການເຄື່ອນໄຫວໃນວັນບຸນເຊີດຊູ ກາເຟ - ຊາ ຫວຽດນາມ ປີ 2024 ໄດ້ຈັດຂຶ້ນເປັນຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນກ່ວາ, ດຶງດູດການເຂົ້າຮ່ວມ ຂອງວິສາຫະກິດຫຼາຍແຫ່ງ ແລະ ໄດ້ຮັບການແນະນຳ, ໂຄສະນາໃນວົງກ້ວາງ ຜ່ານຫຼາຍຊ່ອງທາງ; ໃນນັ້ນ ຈຸດສຸມຂອງວັນບຸນແມ່ນ ກອງປະຊຸມສຳມະນາ “ວິທີແກ້ໄຂເພື່ອສົ່ງອອກກາເຟໃຫ້ບັນລຸ 5 ຕື້ USD”

ນະທີ່ນີ້, ບັນດານັກຊ່ຽວຊານ, ສະຫະສະມາຄົມໄດ້ປຶກສາຫາລືວິທີການແກ້ໄຂເພື່ອການເຕີບໂຕດ້ານການສົ່ງອອກກາເຟແບບຍືນຍົງ, ສ້າງມູນຄ່າສິນຄ້າຫຼາຍກ່ວາເກົ່າ. ກໍ່ໃນຂອບເຂດວັນບຸນ, ໃນລາຍການ Coffee Talk ທີ່ໄດ້ຈັດຂຶ້ນໃນວັນທີ 31 ມີນາ, ມີນັກຊ່ຽວຊານຫຼາຍທ່ານໄດ້ແບ່ງປັນກັບຊາວໜຸ່ມ ບັນດາບົດຮຽນປະສົບການອັນລ້ຳຄ່າກ່ຽວກັບການ Startup, ຄຸ້ມຄອງການເງິນ…

ຕອບກັບ

ຂ່າວ/ບົດ​ອື່ນ