ຍົກສູງບົດບາດລະຫວ່າງຂະແໜງໃນການເຊື່ອມໂຍງດ້ານວັດທະນະທຳ, ສັງຄົມ, ວິທະຍາສາດເຕັກໂນໂລຊີ ແລະ ການສຶກສາເຂົ້າກັບສາກົນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ຄະນະຊີ້ນຳກວດກາຄືນຂໍ້ກຳນົດກົດລະບຽບລວມ ເພື່ອໃຫ້ຄຳປຶກສາບັນດາບັນຫາໃຫຍ່ ເມື່ອເຂົ້າຮ່ວມສັນຍາ, ຂໍ້ຕົກລົງຫຼາຍຝ່າຍທົ່ວໂລກ ແລະ ພາກພື້ນ
ຍົກສູງບົດບາດລະຫວ່າງຂະແໜງໃນການເຊື່ອມໂຍງດ້ານວັດທະນະທຳ, ສັງຄົມ, ວິທະຍາສາດເຕັກໂນໂລຊີ ແລະ ການສຶກສາເຂົ້າກັບສາກົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ໄດ້ເປັນປະທານກອງປະຊຸມ
(ພາບ: VGP)

        ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳລະຫວ່າງຂະແໜງໃນການເຊື່ອມໂຍງດ້ານວັດທະນະທຳ, ສັງຄົມ, ວິທະຍາສາດເຕັກໂນໂລຊີ ແລະ ການສຶກສາເຂົ້າກັບສາກົນ. ທີ່ກອງປະຊຸມ, ສະມາຊິກຂອງຄະນະຊີ້ນຳໄດ້ຍົກອອກບັນດາມາດຕະການແກ້ໄຂຂອງແຕ່ລະຂະແໜງ, ຂົງເຂດ. ຈາກນັ້ນ, ວາງອອກໂຄງການລະຫວ່າງຂະແໜງໃນການເຊື່ອມໂຍງດ້ານວັດທະນະທຳ, ສັງຄົມ, ວິທະຍາສາດເຕັກໂນໂລຊີ ແລະ ການສຶກສາເຂົ້າກັບສາກົນ ໃນໄລຍະຈະມາເຖິງ.

        ສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ຄະນະຊີ້ນຳກວດກາຄືນຂໍ້ກຳນົດກົດລະບຽບລວມ ເພື່ອໃຫ້ຄຳປຶກສາບັນດາບັນຫາໃຫຍ່ ເມື່ອເຂົ້າຮ່ວມສັນຍາ, ຂໍ້ຕົກລົງຫຼາຍຝ່າຍທົ່ວໂລກ ແລະ ພາກພື້ນ ໃນແຕ່ລະຂົງເຂດ ວັດທະນະທຳ, ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ ແລະ ການສຶກສາບຳລຸງສ້າງ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ, ເນັ້ນໜັກວ່າ:

        “ພວກເຮົາຕ້ອງຍົກອອກວິໄສທັດຍຸດທະສາດການເຊື່ອມໂຍງເຂົ້າກັບສາກົນໃນໄລຍະຈະມາເຖິງ ດ້ວຍບັນດາບຸລິມະສິດໃນແຕ່ລະຂົງເຂດມີລັກສະນະລະຫວ່າງຂະແໜງຂອງ ຫວຽດນາມ, ນັ້ນແມ່ນທາງດ້ານວັດທະນະທຳ, ສັງຄົມ, ວິທະຍາສາດເຕັກໂນໂລຊີ ແລະ ການສຶກສາ. ບັນດາບັນຫາໃໝ່, ກ່ຽວຂ້ອງເຖິງທົ່ວໂລກ, ຂ້າມຊາຍແດນ, ຂ້າພະເຈົ້າສະເໜີຕ້ອງວາງອອກເປົ້າໝາຍເພື່ອສະເໜີແຜນການເຂົ້າຮ່ວມໂດຍເປັນເຈົ້າການໃຫ້ບັນລຸປະສິດທິຜົນກວ່າ ເພື່ອແນໃສ່ຊຸກຍູ້ບັນດາຂໍ້ລິເລີ່ມ ແລະ ສັນຍາໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ