ຍົກສູງປະສິດທິຜົນຂອບເຂດ, ກົນໄກຮ່ວມມືພາກພື້ນ ໃນການປະຕິບັດພາລະກິດມະນຸດສະທຳ

(VOVWORLD) - ບັນດາຜູ້ແທນໄດ້ຢັ້ງຢືນໄພພິບັດ, ຄວາມສ່ຽງຈາກໄພທຳມະຊາດ ແມ່ນບັນດາສິ່ງທ້າທາຍໃຫຍ່ຫຼວງ ເຊິ່ງທຸກໆປະເທດບໍ່ສາມາດແກ້ໄຂດ້ວຍຕົນເອງໄດ້.
ຍົກສູງປະສິດທິຜົນຂອບເຂດ, ກົນໄກຮ່ວມມືພາກພື້ນ ໃນການປະຕິບັດພາລະກິດມະນຸດສະທຳ - ảnh 1ບັນດາຜູ້ແທນເຂົ້າຮ່ວມວາລະປຶກສາຫາລື ຂອງກອງປະຊຸມ (ພາບ: ແອັງຮວຽນ)

ໂດຍສືບຕໍ່ບັນດາວາລະປຶກສາຫາລືຢູ່ ກອງປະຊຸມ ສະພາກາແດງ ແລະ ຊີກວົງເດືອນແດງ ສາກົນ ອາຊີ - ປາຊີຟິກ ຄັ້ງທີ 11 (AP11), ຕອນບ່າຍວັນທີ 21 ພະຈິກ ຢູ່ຮ່າໂນ້ຍ, ຜູ້ແທນທີ່ມາຈາກກ່ວາ 50 ສະພາກາແດງ ຂອງບັນດາປະເທດ ໃນພາກພື້ນ ໄດ້ປຶກສາຫາລືບັນດາມາດຕະຖານ, ແຜນການກະທຳໃຫ້ແກ່ວຽກງານມະນຸດສະທຳ ຂອງພາກພື້ນ ແລະ ສາກົນໃນໄລຍະໃໝ່, ຍົກສູງປະສິດທິຜົນບັນດາຂອບເຂດ, ກົນໄກຮ່ວມມືລະຫວ່າງສະພາກາແດງ ບັນດາປະເທດ ໃນການປະຕິບັດພາລະກິດມະນຸດສະທຳ.

ບັນດາຜູ້ແທນໄດ້ຢັ້ງຢືນໄພພິບັດ, ຄວາມສ່ຽງຈາກໄພທຳມະຊາດ ແມ່ນບັນດາສິ່ງທ້າທາຍໃຫຍ່ຫຼວງ ເຊິ່ງທຸກໆປະເທດບໍ່ສາມາດແກ້ໄຂດ້ວຍຕົນເອງໄດ້. AP11 ແມ່ນໂອກາດ ເພື່ອໃຫ້ບັນດາປະເທດສ້າງແຫຼ່ງບັນດານໃຈ ແລະ ຮ່ຳຮຽນເຊິ່ງກັນແລະກັນ ໃນຈຸດເວລາໂລກພວມປະເຊີນໜ້າກັບສະພາບການເກີດຂຶ້ນໄພທຳມະຊາດ ແລະ ໄພພິບັດ ນັບມື້ນັບຫຼາຍຂຶ້ນ. ເພາະສະນັ້ນ, ກອງປະຊຸມຕ້ອງສ້າງເຄືອຂ່າຍ ພ້ອມກັນປະກອບສ່ວນເພື່ອການດຳລົງຊີວິດຢ່າງປອດໄພໃຫ້ແກ່ປະຊາຄົມຢູ່ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ