ຍົກສູງປະສິດທິຜົນບໍລິການ Logistics ຢູ່ ນະຄອນ ຫາຍຟ່ອງ

(VOVWORLD) -ວັນທີ 25 ຕຸລາ ຢູ່ ນະຄອນ ຫາຍຟ່ອງ, ເຂດອຸດສາຫະກຳ DEEP C ສົມທົບກັບສະຖານທູດ ລາຊະອານາຈັກ ແບນຊິກ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ ທ່າກຳປັ່ນ ທະເລ ແລະ Logistics ຢູ່ ຫາຍຟ່ອງ. 
ຍົກສູງປະສິດທິຜົນບໍລິການ Logistics ຢູ່ ນະຄອນ ຫາຍຟ່ອງ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ກອງປະຊຸມສຳມະນາ ແມ່ນນອນໃນຂອບເຂດງານພົວພັນແລກປ່ຽນດ້ານເສດຖະກິດ, ວັດທະນະທຳ ຫວຽດນາມ - ແບນຊິກ ຊື່ງດຳເນີນແຕ່ວັນທີ 25 – 27 ຕຸລາ ຢູ່ ນະຄອນຫາຍຟ່ອງ

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ຫງວຽນຊວນບີ່ງ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນ ນະຄອນ ຫາຍຟ່ອງ ຢືນຢັນ: ໃນຊຸມປີຜ່ານມາ, ນະຄອນ ຫາຍຟ່ອງ ຍາມໃດກໍ່ເອົາໃຈໃສ່ລົງທຶນ, ພັດທະນາລະບົບພື້ນຖານໂຄງລ່າງ, ໃນນັ້ນ ມີພື້ນຖານ Logistics ດ້ວຍຈຸດໝາຍແມ່ນກ່ໍ່ສ້າງນະຄອນ ຫາຍຟ່ອງ ໃຫ້ກາຍເປັນສູນ Logistics  ທັນສະໄຫມຂອງປະເທດຊາດ ແລະ ພາກພື້ນ. ທ່ານ ຫງວຽນຊວນບີ່ງ ໃຫ້ຮູ້ວ່າ:

“ລັດ ແລະ ລັດຖະບານ ຕັດສິນໃຈ ແລະ ມອບຫນ້າທີ່ໃຫ້ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນ ຫາຍຟ່ອງ ຕ້ອງພັດທະນານະຄອນໃຫ້ກາຍເປັນນະຄອນ ອັດສະລິຍະ, ທັນສະໄຫມ ພ້ອມທັງແມ່ນສູນ Logistics ທັນສະໄຫມຂອງຫວຽດນາມ. ອຳນາດການປົກຄອງ ແລະ ປະຊາຊົນ ຫາຍຟ່ອງ ພວມເຮັດທຸກສິ່ງທຸກຢ່າງເພື່ອໃຫ້ແນວຄວາມຄິດນັ້ນໃຫ້ປະກົດຜົນເປັນຈິງໃນອະນາຄົດໃກ້ໆນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ