ຍົກສູງປະສິດທິຜົນວຽກງານການຕ່າງປະເທດປະຊາຊົນໃນສະພາບການໃໝ່

ຍົກສູງປະສິດທິຜົນວຽກງານການຕ່າງປະເທດປະຊາຊົນໃນສະພາບການໃໝ່ - ảnh 1
ທ່ານ ​ເຈີ່ນ​ດັກ​ເລີ້ຍ ຮອງ​ຫົວໜ້າ​ຄະນະພົວພັນຕ່າງປະ​ເທດ​ສູນ​ກາງ
(ພາບອິນເຕີແນັດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 31/05, ຢູ່​ຮ່າ​ໂນ້ຍ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມຝຶກ​ອົບຮົ​ມກ່ຽວ​ກັບວຽກ​ງານ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ປີ 2016. ນີ້​ແມ່ນ​ຊຸດ​ຝຶກ​ອົບຮົມ ບຳລຸງ​​ຄວາມ​ຮູ້ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ ທີ່​ສະຫງວນ​ໃຫ້​ພະນັກງານ​ທີ່​ປະຕິບັດ​ວຽກ​ງານ​ພົວພັນ​ຕ່າງ​ປະ​ເທດ​ປະຊາຊົນ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ ​ແລະ ອົງການ​ຈັດ​ຕັ້ງ​ປະຊາຊົນ​ຢູ່​ສູນ​ກາງ ​ເພື່ອ​ຊາບ​ຊຶມ ​ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 12 ຂອງ​ພັກ​ກ​ອມມູນິດ ຫວຽດນາມ ກ່ຽວ​ກັບ​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ​ທີ່​ປະຕິບັດ​ວຽກ​ງານ​ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້ຮັບຟັງຫລາຍ​ຫົວ​ຂໍ້​ຄື: ສະພາບ​ການ​ໂລກ, ພາກ​ພື້ນ​ ​ແລະ ວຽກ​ງານ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ; ປະຊາທິປະ​ໄຕ​ສິດທິມະນຸດ​ໃນ​ການ​ພົວພັນ​ກັບ​ສາກົນ ​ແລະ ທັດສະນະ, ນະ​ໂຍບາຍ​ຂອງ ຫວຽດນາມ ​ໃນ​ການ​ປະຕິບັດ​ວຽກ​ງານ​ການ​ພົວພັນ​ຕ່າງປະ​ເທດ; ສະພາບ​ການ, ​ແຜນ​ນະ​ໂຍບາຍ ​ແລະ ບາງ​ຂໍ້​ກຳນົດ​ໃນ​ວຽກ​ງານ​ສຳລັບ​ບັນດາ​ອົງການຈັດ​ຕັ້ງທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ; ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ ​ເມື່ອ ຫວຽດນາມ ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP)…ທ່ານ ​ເຈີ່ນ​ດັກ​ເລີ້ຍ ຮອງ​ຫົວໜ້າ​ຄະນະພົວພັນຕ່າງປະ​ເທດ​ສູນ​ກາງ ​ໃຫ້​ຮູ້​ວ່າ:

        “ຈຸດປະສົງ​ຂອງ​ການ​ຝຶກ​ອົບ​ຮົບ​ຄັ້ງ​ນີ້​ແມ່ນ​ເພື່ອ​ຊາບ​ຊຶມ, ຜັນ​ຂະຫຍາຍ​ແນວທາງ, ​ແຜນ​ນະ​ໂຍບາຍ ​ແລະ ນະ​ໂຍບາຍການ​​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ໃນ​ໄລຍະ​​​ໃໝ່. ພ້ອມ​ກັນ​ນັ້ນ ກໍ່​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຄຳ​ສັ່ງ 04 ຂອງ​ຄະນະ​​ເລຂາ​ສູນ​ກາງ​ພັກ​ກ່ຽວ​ກັບ “ສືບ​ຕໍ່​ປ່ຽນ​ໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​​ຕ່າງປະ​ເທດ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່” ​ເພື່ອ​ແນ​ໃສ່ປະກອບ​ຄວາມ​ຮູ້​ໃຫ້​ພະນັກງານ, ການ​ນຳ ຫຼື ພະນັກງານ​ຜູ້​ທີ່​ເຮັດ​ວຽກ​ງາ​ນການຕ່າງ​ປະ​ເທດ​ປະຊາຊົນ. ຜ່ານ​ນັ້ນ ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​ພົວພັນ​ຕ່າງປະ​ເທດ​ປະ​ຊາຊົນ​​ເພື່ອຮັບ​ໃຊ້​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​​ໃນ​ສະພາບ​ການ​ໃໝ່.

 


ຂ່າວ/ບົດ​ອື່ນ