ຍົກສູງປະສິດທິຜົນເສດຖະກິດແລະຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃນການຜະລິດເຂົ້າສານ

ຍົກສູງປະສິດທິຜົນເສດຖະກິດແລະຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃນການຜະລິດເຂົ້າສານ - ảnh 1
ເວ​ທີ​ປາ​ໄສ ຈັດ​ຕັ້ງ​ໃນ​ວັນ​ທີ 5/5
(ພາບ: nhandan.com.vn)

(vovworld) – ວັນ​ທີ 5/5, ຢູ່​ນະ​ຄອນ ວິ​ແທງ, ສູນ​ສົ່ງ​ເສີມ​ກະ​ສິ​ກຳ​ແຫ່ງ​ຊາດ​ສົມ​ທົບ​ກັບ​ພະ​ແນກ​ກະ​ສິ​ກຳ ແລ​ະ ພັດ​ທະ​ນາ​ຊົນ​ນະ​ບົດ​ແຂວງ ເຫົ້າ​ຢາງ ໄດ້​ຈັດ​ຕັ້ງ​ເວ​ທີ​ປາ​ໄສ ສົ່ງ​ເສີມ​ກະ​ສິ​ກຳ ຄັ້ງ​ທີ 5 ປີ 2015 ດ້ວຍ​ຫົວ​ຂໍ້​ວ່າ: “ຍົກ​ສູງ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ ແລະ ຫລຸດ​ຜ່ອນ​ອາຍ​​ພິດ​ເຮືອນ​ແກ້ວ​ໃນ​ການ​ຜະ​ລິດ​ເຂົ້າ​ສານ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ”. ທີ່​ເວ​ທີ​ປ​າ​ໄສ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໄດ້​ແລກ​ປ່ຽນ, ໃຫ້​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ແຫ່ງ​ການ​ຄົ້ນ​ຄ້​ວາ, ບັນ​ດາ​ຮູບ​ແບບ​ການ​ຜະ​ລິດ​ເຂົ້າ​ສານ​ຫລຸດ​ຜ່ອນ​ອາຍ​​ພິດເຮືອນ​ແກ້ວ ແຕ່​ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ​ສຸງ, ພ້ອມ​ທັງ​ພ້ອມ​ກັນ​ແລກ​ປ່ຽນ, ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ປະ​ຕິ​ບັດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຕາມ ດ​ຣ ຟານ​ຮູຍ​ທົງ, ຜູ້​ອຳ​ນວຍ​ການ​ສູນ​ສົ່ງ​ເສີ​ມ​ແຫ່ງ​ຊາດ, ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຢາກ​ສະ​ໜອງ​ຂໍ້​ມູນ​ຂ່າວ​​ໃຫ້​ຊາວ​ກະ​ສິ​ກອ​ນ​ກ່ຽວ​ກັບໝາກ​ຜົນ​ແຫ່ງ​ການ​ຄົ້ນ​ຄ້​ວາ ແລະ ບາງ​ຮູບ​ແບບ​ດີ​ເດັ່ນ​ເພື່ອ​ໃຫ້​ພໍ່​ແມ່​ປະ​ຊ​ຊົນ​ມີ​ກາ​ລະໂອ​ກາດ​ເຂົ້າ​ໃຈຫຼາຍ​ກ່​ວາ​ກ່ຽວ​ກັບ​ແຜນ​ນະ​ໂຍ​ບາຍ, ບັນ​ດາ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ພື້ນ​ຖານ​ດ້ານ​ວິ​ທະ​ຍາ​ສາດ​ທີ່​ປະ​ຕິ​ບັດ​ໄດ້​ໃນ​ການ​ຫລຸດ​ຜ່ອນ​ລາ​ຄາ​ສົ້ນ​ເຂົ້າ​ໃຫ້​ແກ່​ການ​ຜະ​ລິດ​ເຂົ້າ​ສານ ແລະ ຫລຸດ​ຜ່ອນ​ອາຍ​​ພິດ​ເຮືອນ​ແກ້ວ. ສິ່ງ​ດັ່ງ​ກ່າວ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງ​ຊີ​ວິດ ແລະ ລາຍ​ຮັບ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ.”

 


ຂ່າວ/ບົດ​ອື່ນ