ຍົກສູງມູນຄ່າສົ່ງອອກໃຫ້ແກ່ເຂົ້າສານຫວຽດນາມ

ຍົກສູງມູນຄ່າສົ່ງອອກໃຫ້ແກ່ເຂົ້າສານຫວຽດນາມ - ảnh 1
ພາບ​ປະ​ກອບ:internet
(vovworld)- ​ປະ​ລິ​ມານ​ເຂົ້າ​ສານ​ເພີ່ມ​ຂຶ້ນ​ຢ່າງ​ລຽນ​ຕິດ​ໃນ​ກວ່າ 20 ປີ​ຜ່ານ​ມາ ໄດ້​ຊ່ວຍ​ໃຫ້​ຫວຽດ​ນາມ ບໍ່​ພຽງ​ແຕ່​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​​ຫານ​ພາຍ​ໃນ​ປະ​ເທດ​ເທົ່າ​ນັັ້ນ ຫ​ຫາກ​ຍັງ​ແມ່ນ​ຫນຶ່ງ​ໃນ 3 ປະ​ເທດ​ສົ່ງ​ອອກ​ເຂົ້າ​ສານ​ຫລາຍກວ່າ​ໝູ່​ຢູ່​ໃນ​ໂລກ​ອີກ​ດ້ວຍ. ເຖິງວ່າ​ບັນ​ລຸ​ໄດ້​ຜົນ​ງານ​ຄື​ດັ່ງ​ກ່າວ​ກໍ​ຕາມ ແຕ່​ລາຍ​ຮັບ​ຂອງ​ຊາວ​ກະ​ສິ​ກອນບໍ່​ທັນ​ໄດ້​ຮັບ​ການ​ປັບ​ປຸງ. ການ​ສົ່ງ​ອອກ​ເຂົ້າ​ສານ​ຂອງ​ຫວຽດ​ນາມ ຍັງ​ອີງ​ໃສ່​ບາງ​ຕະ​ຫລາດ ແລະ ມູນ​ຄ່າ​ການ​ສົ່ງ​ອອກບໍ່​ທັນ​ສູງ. ທ່ານ ຫງວຽນ​ດືກ​ແທ່ງ, ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ເສດ​ຖະ​ກິດ ແລະ ນະ​ໂຍ​ບາຍ​ຖື​ວ່າ:

        “ໃນ​ລະ​ບົບ​ຜະ​ລິດ​ເຂົ້າ​ສານ​ປະ​ຈຸ​ບັນ ຄວນ​ມີ​ຫົວ​ຫນ່ວຍ​ຮັບ​ຜິດ​ຊອບ​ການ​ກຳ​ນົດ​ທິດ. ບັນ​ດາ​ບໍ​ລິ​ສັດ​ສົ່ງ​ອອກ ແມ່ນ​ອົງ​ການ​ທີ່​ມ​ີ​​ຜົນ​ສະ​ທ້ອນ​ຢ່າງ​ແຮງ​ເຖິງ​ລະ​ບົບ​ຜະ​ລິດ​ເຂົ້າ​ສານ. ຂ້າ​ພະ​ເຈົ້າ​ສະ​ເຫ​ນີ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ລົງ​ທຶນ​​ບັນ​ດາໂຮງ​ສີ​ເຂົ້າ.”

ຕອບກັບ

ຂ່າວ/ບົດ​ອື່ນ