ຍັງ​ບໍ່​ທັນ​ມີ​ຄວາມ​ຄືບ​ໜ້າ​ໃນ​ການ​ເຈ​ລ​ະ​ຈາ​ກ່ຽວ​ກັບ​ລະ​ດັບ​ເພ​ດານ​ໜີ້​ສາ​ທາ​ລະ​ນະ ຢູ່ ອາ​ເມ​ລິ​ກາ

(VOVWORLD) - ຖັນແຖວເຈົ້າໜ້າທີ່ທຳນຽບຂາວ ໂດຍທ່ານປະທານາທິບໍດີ Joe Biden ບົ່ງຕົວ ພ້ອມກັບບັນດາຄູ່ຮ່ວມຂຶ້ນກັບພັກສາທາລະນະ ບໍ່ບັນລຸໄດ້ຂໍ້ຕົກລົງ ພາຍຫຼັງປຶກສາຫາລືມາເປັນເວລາ 2 ຊົ່ວໂມງ.
ຍັງ​ບໍ່​ທັນ​ມີ​ຄວາມ​ຄືບ​ໜ້າ​ໃນ​ການ​ເຈ​ລ​ະ​ຈາ​ກ່ຽວ​ກັບ​ລະ​ດັບ​ເພ​ດານ​ໜີ້​ສາ​ທາ​ລະ​ນະ ຢູ່ ອາ​ເມ​ລິ​ກາ - ảnh 1ທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານສະພາຕ່ຳ Kevin McCarthy (ພາບ: Reuters)

ຄວາມມານະພະຍາຍາມເຈລະຈາ ກ່ຽວກັບລະດັບເພດານໜີ້ສາທາລະນະ ຢູ່ ອາເມລິກາ  ໃນວັນທີ 23 ພຶດສະພາ, ຢູ່ນະຄອນຫຼວງ ວໍຊິງຕັນ ແມ່ນບໍ່ບັນລຸໄດ້ຄວາມຄືບໜ້າ ໃນຂະນະທີ່ທັງສອງຝ່າຍສືບຕໍ່ມີທັດສະນະແຕກຕ່າງກັນໃນບັນດາບັນຫາຕົ້ນຕໍ. ຖັນແຖວເຈົ້າໜ້າທີ່ທຳນຽບຂາວ ໂດຍທ່ານປະທານາທິບໍດີ Joe Biden ບົ່ງຕົວ ພ້ອມກັບບັນດາຄູ່ຮ່ວມຂຶ້ນກັບພັກສາທາລະນະ ບໍ່ບັນລຸໄດ້ຂໍ້ຕົກລົງ ພາຍຫຼັງປຶກສາຫາລືມາເປັນເວລາ 2 ຊົ່ວໂມງ.

          ຄວາມບໍ່ລົງລອຍກັນໃນປັດຈຸບັນ ແມ່ນຍັງສືບຕໍ່ປິນອ້ອມບັນຫາຂາດດຸ່ນງົບປະມານສະຫະລັດໃນຂະນະ ພັກສາທາລະນະ ຢາກຫຼຸດຄ່າໃຊ້ຈາຍ, ສ່ວນພັກປະຊາທິປະໄຕ ຢາກເພີ່ມອັດຕາອາກອນສຳລັບຄົນຮັ່ງມີ ແລະ ວິສາຫະກິດ. ຖ້າຫາກວ່າ ການເຈລະຈາສືບຕໍ່ຈົນຕາແຈ, ອາເມລິກາ ມີຄວາມສ່ຽງຖືກລົ້ມລະລາຍ ນັບແຕ່ວັນທີ 01 ມິຖຸນາ ຕາມຄຳກ່າວເຕືອນຂອງທ່ານລັດຖະມົນຕີກະຊວງການເງິນ Janet Yellen ແລະ ສິ່ງດັ່ງກ່າວ ຈະສົ່ງຜົນກະທົບຢ່າງໃຫຍ່ຫຼວງເຖິງ ບໍ່ວ່າພື້ນຖານເສດຖະກິດ ອາເມລິກາ ເທົ່ານັ້ນ ຫາກນັບທັງທົ່ວໂລກ ອີກດ້ວຍ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ