ຍີ່​ບຸ່ນ ຮັກ​ສາ​ພັດ​ທະ​ນາການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ກັບ ອາ​ຊຽນ ແລະ ຫວຽດ​ນາມ

(VOVWORLD) - ທ່ານ Kawada ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ຕ່າງ ແມ່ນບັນດາຄູ່ຮ່ວມມືສຳຄັນທີ່ສຸດສຳລັບ ຍີ່ບຸ່ນ ໃນບັນດາຂົງເຂດເສດຖະກິດ, ການເມືອງ ແລະ ການທູດ. ສຳລັບ ອາຊຽນ, ການພົວພັນດ້ານເສດຖະກິດ ລະຫວ່າງ ຍີ່ບຸ່ນ ແລະ ອາຊຽນ ຈະສືບຕໍ່ໄດ້ຮັບການເພິ່ມທະວີ ແລະ ເຮັດໃຫ້ເລິກເຊິ່ງກ່ວາອີກ.
ຍີ່​ບຸ່ນ ຮັກ​ສາ​ພັດ​ທະ​ນາການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ກັບ ອາ​ຊຽນ ແລະ ຫວຽດ​ນາມ - ảnh 1 ພາບປະກອບ: TTXVN

ຕາມຂໍ້ສັງເກດຂອງທ່ານ Atsusuke Kawada ແລ້ວ, ຫົວໜ້ານັກເສດຖະກິດອາວຸໂສຂອງອົງການສົ່ງເສີມການຄ້າ ຍີ່ບຸ່ນ (JETRO)ແລ້ວ, ລັດຖະບານໃໝ່ຢູ່ ຍີ່ບຸ່ນ ຈະສືບຕໍ່ຮັກສານະໂຍບາຍການພົວພັນຕ່າງປະເທດກັບ ຫວຽດນາມ ຄືນະໂຍບາຍພາຍໃຕ້ສະໄໝອຳນາດການປົກຄອງຂອງທ່ານ Abe Shinzo ອະດີດນາຍົກລັດຖະມົນຕີ ຍີ່ບຸ່ນ. ບັນດາບໍລິສັດ ຍີ່ບຸ່ນ ໄດ້ເອົາໃຈໃສ່ເຖິງ ຫວຽດນາມ ຫຼາຍກ່ວາ, ສະແດງຜ່ານຈຳນວນບໍລິສັດ ຍີ່ບຸ່ນ ລົງທຶນເຂົ້າ ຫວຽດນາມ ໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ

ທ່ານ Kawada ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ຕ່າງ ແມ່ນບັນດາຄູ່ຮ່ວມມືສຳຄັນທີ່ສຸດສຳລັບ ຍີ່ບຸ່ນ ໃນບັນດາຂົງເຂດເສດຖະກິດ, ການເມືອງ ແລະ ການທູດ. ສຳລັບ ອາຊຽນ, ການພົວພັນດ້ານເສດຖະກິດ ລະຫວ່າງ ຍີ່ບຸ່ນ ແລະ ອາຊຽນ ຈະສືບຕໍ່ໄດ້ຮັບການເພິ່ມທະວີ ແລະ ເຮັດໃຫ້ເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ