ຍີ່​ປຸ່ນ ຄັດຄ້ານ​ເລື່ອງ ຈີນ ​ເພີ່ມ​ທະວີ​ການ​ກະທໍາກໍ່​ຄວາ​ມ​ເຄັ່ງ​ຕຶງ ຢູ່ ທະ​ເລ​ຮວາ​ຕຸງ ​ແລະ ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ວັນທີ 19 ພຶດສະພາ, ທ່ານ Taro Kono ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ສະແດງທັດສະນະຄັດຄ້ານຕໍ່ເລື່ອງ ຈີນ ເພີ່ມທະວີການກະທໍາທີ່ເຮັດໃຫ້ສະພາບການຢູ່ທະເລຮວາຕຸງ ແລະ ທະເລຕາເວັນອອກ ເຄັ່ງຕຶງຂຶ້ນຕື່ມ.
ຍີ່​ປຸ່ນ ຄັດຄ້ານ​ເລື່ອງ ຈີນ ​ເພີ່ມ​ທະວີ​ການ​ກະທໍາກໍ່​ຄວາ​ມ​ເຄັ່ງ​ຕຶງ ຢູ່ ທະ​ເລ​ຮວາ​ຕຸງ ​ແລະ ທະ​ເລ​ຕາ​ເວັນ​ອອກ - ảnh 1ທ່ານ Taro Kono ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ (ພາບ:  AFP/TTXVN)

        ໃນການໂອ້ລົມຜ່ານທາງໂທລະສັບ ແລະ ການສົນທະນາຜ່ານທາງອິນເຕີແນັດກັບຄູ່ຕໍາແໜ່ງຂອງ ສິງກະໂປ, ອິນໂດເນເຊຍ ແລະ ນິວຊີແລນ ຕາມລໍາດັບ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Taro Kono ໄດ້ເຕື້ອງເຖິງບັນດາການກະທໍາພຽງລໍາພັງຝ່າຍດຽວຂອງຈີນຢູ່ທະເລຮວາຕຸງ ແລະ ທະເລຕາເວັນອອກ. ທ່ານ ໃຫ້ຮູ້ວ່າ ລັດຖະບານ ຍີ່ປຸ່ນ ຄັດຄ້ານຢ່າງແຮງ ຕໍ່ບັນດາການກະທໍາພຽງລໍາພັງຝ່າຍດຽວຂອງ ຈີນ ທີ່ໄດ້ນໍາໃຊ້ກໍາລັງແຮງ ແນໃສ່ປ່ຽນແປງສະພາບການປັດຈຸບັນ ແລະ ກໍ່ຄວາມເຄັ່ງຕຶງຢູ່ເຂດທະເລຮວາຕຸງ ແລະ ທະເລຕາເວັນອອກ, ແມ່ນບໍ່ສອດຄອ່ງກັບກົດໝາຍສາກົນວ່າດ້ວຍທະເລ ທີ່ໄດ້ປະກາດໃຊ້ໃນປັດຈຸບັນ ຢູ່ບັນດາເຂດທະເລດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ