ຍີ່ປຸ່ນ ຊ້ອມຮົບຕ້ານການກໍ່ການຮ້າຍທີ່ແນໃສ່ຮາກຖານນິວເຄຼຍຄັ້ງທຳອິດ

(VOVWORLD) - ເປັນຄັ້ງທຳອິດທີ່ ຍີ່ປຸ່ນ ດຳເນີນການຊ້ອມຮົບຕ້ານການກໍ່ການຮ້າຍ ທີ່ຈຳລອງການບຸກໂຈມຕີທາງອາກາດແນໃສ່ຮາກຖານນິວເຄຼຍຂອງປະເທດນີ້
ຍີ່ປຸ່ນ ຊ້ອມຮົບຕ້ານການກໍ່ການຮ້າຍທີ່ແນໃສ່ຮາກຖານນິວເຄຼຍຄັ້ງທຳອິດ - ảnh 1 (ພາບປະກອບ / Reuters)

ການຊ້ອມຮົບດຳເນີນໃນວັນທີ 19 ມິຖຸນາ ຢູ່ໂຮງງານນິວເຄຼຍ Ikata ແຂວງ Ehime ໂດຍການເຂົ້າຮ່ວມຂອງ 60 ຄົນ ທີ່ສັງກັດບັນດາກົມກອງຕຳຫລວດ ແລະ ປ້ອງກັນຝັ່ງທະເລທ້ອງຖິ່ນ ພ້ອມກັບບໍລິສັດໄຟຟ້າ Shikoku – ຫົວໜ່ວຍຄຸ້ມຄອງໂຮງງານນິວເຄຼຍດັ່ງກ່າວ. ບໍລິສັດໄຟຟ້າ Shikoku ມີແຜນການ ຈະສຳເລັດໂຄງການກໍ່ສ້າງຮາກຖານນິວເຄຼຍ ທີ່ມີຄວາມສາມາດສະກັດກັັ້ນວັດຖຸດິບກຳມັນຕະພາບລັງສີຖືກຮົ່ວໄຫລ ແລະ ຕ້ານທຸກການບຸກຕີກໍ່ການຮ້າຍໃນ ເດືອນມີນາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ