ຍີ່ປຸ່ນ ຍິງລູກຈະຫລວດສົ່ງດາວທຽມຂຶ້ນສູ່ວົງໂຄຈອນເພື່ອເກັບເອົາຂໍ້ມູນຂ່າວສານ

(VOVWORLD) -ວັນທີ 09 ກຸມພາ, ຍີ່ປຸ່ນ ໄດ້ຍິງລູກຈະຫລວດຍູ້ H2A ສຳເລັດຜົນ ເພື່ອສົ່ງດາວທຽມເກັບເອົາຂໍ້ມູນຂ່າວສານຂອງລັດຖະບານປະເທດນີ້ຂຶ້ນສູ່ວົງໂຄຈອນຂອງໜ່ວຍພິພົບ.
ຍີ່ປຸ່ນ ຍິງລູກຈະຫລວດສົ່ງດາວທຽມຂຶ້ນສູ່ວົງໂຄຈອນເພື່ອເກັບເອົາຂໍ້ມູນຂ່າວສານ - ảnh 1ພາບ: Kyodo/TTXVN

 ລູກຈະຫລວດຍູ້ H2A ໂດຍກຸ່ມບໍລິສັດ Mitsubishi Heavy Industries Ltd ແລະ ອົງການພະຈົນໄພອາວະກາດ ຍີ່ປຸ່ນ  ບັນຊາ, ລູກຈະຫລວດດັ່ງກ່າວ ໄດ້ຍິງຈາກສູນຍານອາວະກາດ Tanegashima ຢູ່ແຂວງ Kagoshima, ທາງພາກໃຕ້ປະເທດນີ້. ດາວທຽມເກັບເອົາຂໍ້ມູນຂ່າວສານນີ້ ຈະຮັບໜ້າທີ່ຈາກ 1 ໃນຈຳນວນ 7 ດາວທຽມສອດແນມຂອງລັດຖະບານ ຍີ່ປຸ່ນ, ໃນນັ້ນ ມີດາວທຽມຕິດຕາມທຸກການກະທຳຂອງບັນດາເຂດທົດລອງລູກສອນໄຟຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ