ຍີ່ປຸ່ນ ຍັງເປີດໂອກາດໃນການເຈລະຈາ ກັບ ຈີນ

ຍີ່ປຸ່ນ ຍັງເປີດໂອກາດໃນການເຈລະຈາ ກັບ ຈີນ - ảnh 1
ກຳ່ປັ່ນລາດຕາເວນຂອງ ຍີ່ປຸ່ນ ແລະ ຈີນ ຢູ່ໝູ່​ເກາະ Senkaku (ຫຼື ບັກ​ກິ​ງ ​ເອີ້ນ​ວ່າ: ຕຽວອີ)
(ພາບ: JCG/AFP)

(vovworld) – ວັນ​ທີ 7/2, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຖະ​ແຫຼ​ງວ່າ ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​​​ເຈລະຈາ ກັບ ຈີນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ Shinzo Abe ສືບ​ຕໍ່​ຕຳ​ນິຕິ​ຕຽນ ບັກ​ກິ​ງ ກ່ຽວ​ກັບ​ສະພາບ​ການ​ປະ​ທະ​ກັນ​ລະຫວ່າງ​ກອງທັບ​ເຮືອ 2 ປະ​ເທດບົນ​ທະ​ເລ. ທ່ານ Shinzo Abe ​ເນັ້ນ​ໜັກ​ວ່າ: ​ເຫດການ​ກຳ່​ປັ່ນ​ສູ້​ຮົບ​ຂອງ ຈີນ ​ໄດ້ລອກ​ເປົ້າ ຣາດາ ​ແນ​ໃສ່ ກຳ່​ປັ່ນ​ຮົບ​ຂອງ ຍີ່ປຸ່ນ ​ເມື່ອ​​ເດືອນ​ກ່ອນ​ແມ່ນ​ການ​ກະທຳ “​ເປັນ​ໜ້າ​ເສຍດາຍ​ທີ່​ສຸດ” ​ໃນ​ສະພາບ​​ຄວາມ​ເຄັ່ງ​ຕຶງ​ພວມ​​ເພີ່​ມ​ຂຶ້ນ ຍ້ອນ​ການ​ພິພາດ​ອາທິ​ປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກາະ Senkaku (ຫຼື ບັກ​ກິ​ງ ​ເອີ້ນ​ວ່າ: ຕຽວອີ) ​ໃນ​ທະ​ເລ ​ຮວາຕູ​ງ. ກ່ອນ​ໜ້າ​ນັ້ນ, ທ່ານ​ນາຍົກລັດ​ຖະມົນຕີ ຍີ່ປຸ່ນ Shinzo Abe ​ໄດ້​ເວົ້າ​ວ່າການ​ກະທຳ​ຂອງ​ຈີນ​ແມ່ນ “ອັນຕະລາຍ”.

ຂ່າວ/ບົດ​ອື່ນ