ຍີ່ປຸ່ນ ຕີລາຄາສູງຄວາມານະພະຍາຍາມຂອງ ຫວຽດນາມ ໃນບົດບາດເປັນພື້ນຖານເສດຖະກິດປະເທດເຈົ້າພາບ APEC 2017

(VOVWORLD) - ຍີ່ຢຸ່ນ ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນບົດບາດເປັນພື້ນຖານເສດຖະກິດປະເທດເຈົ້າພາບກອງປະຊຸມຂັ້ນສູງ APEC 2017” ມັນແມ່ນຄຳຢືນຢັນຂອງທ່ານ Tsutomu Koizumi
ຍີ່ປຸ່ນ ຕີລາຄາສູງຄວາມານະພະຍາຍາມຂອງ ຫວຽດນາມ ໃນບົດບາດເປັນພື້ນຖານເສດຖະກິດປະເທດເຈົ້າພາບ APEC 2017 - ảnh 1 ທ່ານ Tsutomu Koizumi (ພາບ: ຫວຽດນາມ+)

ຮອງຫົວໜ້າກົມບັນດາບັນຫາເສດຖະກິດສັງກັດກະຊວງການຕ່າງປະເທດ ຍີ່ປຸ່ນ, ຫົວໜ້າຄະນະ ຍີ່ປຸ່ນ ທີ່ກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສ APEC ຄັ້ງທີ 1 (SOM 1), ໃນການຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ ໃນວັນທີ 12 ກໍລະກົດ. ທ່ານ Tsutomu Koizumi ຕີລາຄາສູງວຽກງານຈັດຕັ້ງຂອງ ຫວຽດນາມ  ແລະ ຖືວ່າ ຫວຽດນາມ ໄດ້ຮັບບົດບາດນຳໜ້າໃນຫລາຍຂົງເຂດພື້ນຖານຂອງບັນດາບັນຫາຕົ້ນຕໍ ຊຶ່ງ APEC  ພວມປະເຊີນໜ້າໃນປະຈຸບັນ. ທ່ານ Tsutomu Koizumi ເນັ້ນໜັກວ່າ ເລື່ອງ ຫວຽດນາມ, ດ້ວຍຖານະເປັນຕະຫລາດພວມພົ້ນເດັ່ນຢູ່ພາກພື້ນ ອາຊີ ມີລະດັບການເຕີບໂຕທີ່ເປັນໜ້າຊົມຊື່ນ, ຍົກອອກບັນດາຂໍ້ລິເລີ່ມມີວິໄສທັດຍາວໄກ ຈະສວມບົດບາດສຳຄັນທີ່ສຸດ. ທ່ານ Tsutomu Koizumi ໃຫ້ຮູ້ວ່າ: ຍີ່ປຸ່ນ ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງ ຫວຽດນາມ ດ້ວຍບົດບາດເປັນພື້ນຖານເສດຖະກິດປະເທດເຈົ້າພາບຂອງກອງປະຊຸມຂັ້ນສູງ APEC 2017. ທ່ານ Tsutomu Koizumi ກໍ່ຢືນຢັນວ່າ ຍີ່ປຸ່ນ ດ້ວຍຖານະເປັນພື້ນຖານເສດຖະກິດສະມາຊິກຂອງ APEC, ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ບັນດາການປຶກສາຫາລືຂອງ APEC, ສືບຕໍ່ຮ່ວມມື ກໍ່ຄືສະໜັບສະໜູນຮອບດ້ານ ເພື່ອໃຫ້ກອງປະຊຸມຂັ້ນສູງ APEC ດຳເນີນໃນເດືອນ ພະຈິກ ຢູ່ ຫວຽດນາມ ສຳເລັດຜົນຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ