ຍີ່​ປຸ່ນ ສະ​ໜັບ​ສະ​ໜູນ ສະ​ຫະ​ພາບ ອາບຟ​ຼິກ​ກາ ເຂົ້າ​ຮ່ວມ G20

(VOVWORLD) -ເລື່ອງ AU ເຂົ້າເປັນສະມາຊິກ G20 ຈະອະນຸຍາດໃຫ້ທະວີບນີ້ເຂົ້າຮ່ວມຫຼາຍບັນຫາສາກົນຢ່າງເລິກເຊິ່ງກ່ວາອີກຄື: ເສດຖະກິດ, ດິນຟ້າອາກາດ, ນະໂຍບາຍການແພດ ແລະ ຄວາມໝັ້ນຄົງແຫ່ງຊາດ. ປັດຈຸບັນ, ອາບຟຼິກກາໃຕ້ ແມ່ນປະເທດ ອາຟຼິກກາອັນໜຶ່ງດຽວແມ່ນສະມາຊິກຂອງ G20.
ຍີ່​ປຸ່ນ ສະ​ໜັບ​ສະ​ໜູນ ສະ​ຫະ​ພາບ ອາບຟ​ຼິກ​ກາ ເຂົ້າ​ຮ່ວມ G20 - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ Senegal Macky Sall (ພາບ: Kyodo/ TTXVN)

ວັນທີ 19 ທັນວາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ໄດ້ຖະແຫຼງວ່າ ຈະສະໜັບສະໜູນສະຫະພາບ ອາບຟຼິກກາ (AU) ເຂົ້າຮ່ວມກຸ່ມບັນດາພື້ນຖານເສດຖະກິດໃໝ່ຫາກໍ່ພົ້ນເດັ່ນ ແລະ ພັດທະນາແຖວໜ້າໂລກ (G20) ໃນຖານະເປັນສະມາຊິກປະຈຳ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ ກັບທ່ານປະທານາທິບໍດີ Senegal Macky Sall ຢູ່ນະຄອນຫຼວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ Kishida ໃຫ້ຮູ້ວ່າ ຍີ່ປຸ່ນ ມີຄວາມຫວັງຢາກປັບປຸງການພົວພັນກັບ ອາບຟຼິກກາ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນໃນການນຳ AU ເຂົ້າ G20 ຍ້ອນ ບົດບາດທີ່ນັບມື້ນັບສູງຂຶ້ນຂອງບັນດາປະເທດ ອາບຟຼິກກາ ໃນປະຊາຄົມສາກົນ”. ຍີ່ປຸ່ນ ພວມມຸ່ງໄປເຖິງການຮັດແໜ້ນການພົວພັນກັບ AU, ໃນສະພາບການປະເທດອາຊີນີ້ ຈະດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ໃນ 2 ປີຈະມາເຖິງນັບແຕ່ເດືອນ 1 ປີ 2023.

        ເລື່ອງ AU ເຂົ້າເປັນສະມາຊິກ G20 ຈະອະນຸຍາດໃຫ້ທະວີບນີ້ເຂົ້າຮ່ວມຫຼາຍບັນຫາສາກົນຢ່າງເລິກເຊິ່ງກ່ວາອີກຄື: ເສດຖະກິດ, ດິນຟ້າອາກາດ, ນະໂຍບາຍການແພດ ແລະ ຄວາມໝັ້ນຄົງແຫ່ງຊາດ. ປັດຈຸບັນ, ອາບຟຼິກກາໃຕ້ ແມ່ນປະເທດ ອາຟຼິກກາອັນໜຶ່ງດຽວແມ່ນສະມາຊິກຂອງ G20.

ຕອບກັບ

ຂ່າວ/ບົດ​ອື່ນ