ຍີ່ປຸ່ນ ເຂົ້າຮ່ວມການເຈລະຈາ TPP ຢ່າງເປັນທາງການ

ຍີ່ປຸ່ນ ເຂົ້າຮ່ວມການເຈລະຈາ TPP ຢ່າງເປັນທາງການ - ảnh 1
ນາຍົກລັດຖະມົນຕີ ຍີ່ປຸ່ນ Shizo Abe
(ພາບປະກອບ)

(vovworld) – ວັນ​ທີ 23/7, ຍີ່ປຸ່ນ ​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ເຂດ ປາຊີ​ຟິກ (TPP) ຢ່າງ​ເປັນ​ທາງ​ການ, ກາຍ​ເປັນ​ສະມາຊິກ​ທີ 12 ​ເຂົ້າຮ່ວມ​ການ​ເຈລະຈາ​ກ່ຽວ​ກັບ​ສັນ​ຍາ​​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ໃຫຍ່​ກ່ວາໝູ່​ຢູ່​ໂລກ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ​ໃນ 3 ວັນ​ສຸດ​ທ້າຍ​ຂອງ​ການ​ເຈລະຈາ​ນີ້, ຢູ່ ມາ​ເລ​ເຊຍ, ຄະນະ​ຜູ້ແທນ ຍີ່ປຸ່ນ ພຽງແຕ່ເຂົ້າ​ຮ່ວມ​ການ​ເຈລະຈາ​ກ່ຽວ​ກັບ​ສິດ​ຊັບ​ສິນ​ທາງ​ປັນຍາ, ສະພາບ​ແວດ​ລ້ອມ, ບັນຫາ​ນິຕິ​ກຳ ​ແລະ ລະບຽບກົດໝາຍ​ເທົ່າ​ນັ້ນ, ​ແຕ່​ບໍ່​ສາມາດ​ເຈລະຈາ​ກ່ຽວ​ກັບ​ການ​ສຳ​ພັດ​ກັບຕະຫຼາດ ຍ້ອນ​ບັນຫາ​ນີ້​ໄດ້​ປະຕິບັດ​ສຳ​ເລັດ​ໃນ​ການ​ເຈລະຈາ​ເມື່ອ​ວັນ​ທີ 19/7 ​ແລ້ວ. ລັດຖະບານ ຍີ່ປຸ່ນ ພວມ​ຊອກ​ຫາ​ວິທີ​ລົບລ້າງ​ບັນດາ​ຮົ້ວ​ກີດຂວາງ​ການ​ຄ້າ ​ເພື່ອ​ແນ​ໃສ່​ຊຸກຍູ້ການສົ່ງ​ອອກ ລົດ​ໂອ​ໂຕ ​ແລະ ​ສິນຄ້າ​ປະດິດສ້າງ​ອື່ນໆ, ​ແຕ່​ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ປົກ​ປ້ອງ​ບັນດາ​ຜະລິດຕະພັນ​ກະ​ເສດ​ພາຍ​ໃນ​ປະ​ເທດ ດ້ວຍ​ວິທີ​ເກັບ​ພາສີຂາເຂົ້າ​ສຳລັບ​​ສິນຄ້າປະເພດ​ນີ້. ຄາດ​ວ່າ, ຄະນະ​​ເຈລະຈາ ຍີ່ປຸ່ນ ຈະ​ດຳ​ເນີນ​ກອງ​ປະຊຸ​ມສະ​ເພາະ​ກັບ​ຄະນະ​ເຈລະຈາ​ປະ​ເທດ​ຕ່າງໆ ​ເພື່ອ​ຮັບຂໍ້​ມູນ​ຂ່າວ ​ແລະ ອະທິບາຍ​ທັດສະນະ​ຂອງ ​ໂຕ​ກຽວ​.

 

ຂ່າວ/ບົດ​ອື່ນ