ຍີ່ປຸ່ນ ແບ່ງປັນບົດຮຽນ, ໜູນຊ່ວຍ ຮ່າໂນ້ຍ ໃນການປ້ອງກັນຕ້ານໄພທຳມະຊາດ ແລະ ອັກຄີໄພ

ຍີ່ປຸ່ນ ແບ່ງປັນບົດຮຽນ, ໜູນຊ່ວຍ ຮ່າໂນ້ຍ ໃນການປ້ອງກັນຕ້ານໄພທຳມະຊາດ ແລະ ອັກຄີໄພ - ảnh 1
ທ່ານ ຫງວຽນດຶກ​ຈູງ ແລະ ​ທ່ານ Sugi Ryotaro
(ພາບ: NguyenPhuong/HNM)

(vovworld) - ຕອນ​ບ່າຍ​ວັນ​ທີ 02/03 ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນດຶກ​ຈູງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ມີ​ການ​ເຮັດ​ວຽກ​ກັບ​ທ່ານ Sugi Ryotaro ທູດ​ພິ​ເສດ ຫວຽດນາມ - ຍີ່ປຸ່ນ. ນະ​ທີ່​ນີ້ 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຕ້າ​ນໄພ​ທຳ​ມະ​ຊາດ ​ແລະ ​ອັກຄີ​ໄພ. ທ່ານ Sugi Ryotaro ​ໃຫ້​ຮູ້​ວ່າ ຍີ່ປຸ່ນ ​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ກໍ່ສ້າງ, ອົບຮົມ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ອັກຄີ​ໄພ ​ແລະ ໄພ​ທຳ​ມະ​ຊາດ. ທ່ານ​ເອກ​ອັກຄະ​ລັດຖະທູດ Sugi Ryotaro ​ໃຫ້​ຮູ້​ວ່າ ຍີ່ປຸ່ນ ກໍ່​ປາດ​ຖະໜາ​ຢາກ​ໜູນ​ຊ່ວຍ ຮ່າ​ໂນ້ຍ ດ້ານ​ເຕັກ​ນິກ​ກ້າວໜ້າທີ່​ສຸດ​ໃນ​ຂົງ​ເຂດກຳຈັດມົນ​ລະ​ພິດ​ອາກາດ, ​ຊັບພະຍາກອນນ້ຳ…​ປະ​ກອບ​ສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງການດຳລົງ​ຊີວິດ​ໃຫ້​ປອດ​ໄພ, ປອດ​ໄສ​ແກ່​ນະຄອນຫລວງ ຮ່າ​ໂນ້ຍ.

        ສ່ວນ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ ຮ່າ​ໂນ້ຍ ຫງວຽນ​ດຶກ​ຈູງ ​ແບ່ງປັນ​ວ່າ ຫວຽດນາມ ​ເວົ້າ​ລວມ, ນະຄອນຫລວງ ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ ມີ​ຄວາມ​ສົນ​ໃຈ​ເຖິງ​ວຽກ​ງານ​ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ປ້ອງ​ກັນ​ຕ້ານ​ໄພ​ທຳ​ມະ​ຊາດ. ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ປາດ​ຖະໜາ​ວ່າ ຍີ່ປຸ່ນ ຈະ​ແບ່ງປັນ​ບົດຮຽນ​ໃຫ້​ແກ່ ຮ່າ​ໂນ້ຍ, ພ້ອມ​ທັງ​ໜູນ​ຊ່ວຍ​ພາຫະນະ, ອຸປະກອນຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ​ຕ້ານ​ອັກ​ຄີ​ໄພ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ