ຍີ່ປຸ່ນ ແລະ ສເກົາລີ ສືບຕໍ່ຕຳນິຕິຕຽນເຊິ່ງກັນ ແລະ ກັນ ກ່ຽວກັບໝູ່ເກາະເກີດການພິພາດ

ຍີ່ປຸ່ນ ແລະ ສເກົາລີ ສືບຕໍ່ຕຳນິຕິຕຽນເຊິ່ງກັນ ແລະ ກັນ ກ່ຽວກັບໝູ່ເກາະເກີດການພິພາດ - ảnh 1
ໝູ່ເກາະເກີດການພິພາດລະຫວ່າງ ຍີ່ປຸ່ນ ແລະ ສເກົາຫລີ
ພາບ:internet


(vovworld) - ວັນ​ທີ 25/8, ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Yoshihiko Noda ​ໄດ້​ອະທິ​ບາຍ​ຫລັກ​ໝັ້ນ​ຂອງ​ລັດຖະບານ​ປະ​ເທດ​ນີ້ ທີ່​ກ່ຽວຂ້ອງ​ເຖິງ​ໝູ່​ເກາະ​ເກີດ​ການ​ພິພາດ​ກັບ ສ​ເກົາຫລີ  ຊຶ່ງ​ຍີ່ປຸ່ນ​ເອີ້ນ​ວ່າ Takeshima ສ່ວນ ສ​ເກົາຫລີ​ເອີ້ນ​ວ່າ Dokdo. ການ​ຖົກ​ຖຽງ​ກັນ​ທີ່​ແກ່ຍາວ​ລະຫວ່າງ​ສອງ​ປະ​ເທດ​ຖືກ​ເຄ່ັງ​ຕຶງ​ຂື້ນ​ຕື່ມ ​ເມື່ອ​ຫວ່າງ​ແລ​້ວນີ້ ປະທານາທິບ​ໍດີ ສ​ເກົາຫລີ Lee Myung Bak ​ໄດ້​ໄປ​ຢ້ຽມາ​ມໝູ່​ເກາະ​ແຫ່ງ​ດັ່ງກ່າວ. ຕໍ່​ຈາກ​ນັ້ນ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ສ​ເກົາ​ຫລີ ຍັງ​ກໍ່ສ້າງ​ເສົາ​ຫີນ​ເພື່ອ​ຢືນຢັນ​ອະທິ​ປະ​ໄຕ​ທີ່​ມີ​ຕໍ່​​ເກາະ Dokdo. ລັດຖະບານ ຍີ່​ປຸ່ນ ​ໄດ້​ຄັດຄ້ານ​ຢ່າງ​ແຂງ​ແຮງຕໍ່ບັນດາ​ການ​ກະທຳ​ຂອງ​ຝ່າຍ ສ​ເກົາຫລີ ​ແລະ ນາຍົກລັດຖະມົນຕີ ຍີ່​ປຸ່ນ ​Noda ​ໄດ້​ສົ່ງ​ຈົດໝາຍສະບັບ​ຫນຶ່ງ​ເພື່ອ​ຄັດຄ້ານ ສ​ເກົາຫລີ, ​ແຕ່ ສ​ເກົາຫລີ ​ ​ໄດ້ສົ່ງ​ຈົດໝາຍ​ສະບັບ​ດັ່ງກ່າວ​ຄືນ​ໃຫ​້​ແກ່ ຍີ່​ປຸ່ນ. ກ່າວ​ຄຳ​ເຫັນ​ທີ່​ກາ​ນປະຊຸມ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 24/8, ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ  Noda ​ເນັ້ນ​ຫນັກ​ວ່າ: ​ເລື່ອງ​ສົ່ງ​ຈົດໝາຍ​ຄືນ​ລະຫວ່າງ​ປະມຸກ​ລັດ​ສອງ​ທ່ານ​ແມ່ນ​ສິ່ງ​ທີ່​ເປັນ​ຫນ້າ​ເສຍດາຍ.

 

 

 

 

ຂ່າວ/ບົດ​ອື່ນ