ຍີ່ປຸ່ນ ແລະ ອີຢູ ບໍ່ປະລະກຳລັງກົດດັນຕໍ່ສປປ.ເກົາຫຼີ

(VOVWORLD) - ທີ່ການໂອ້ລົມທາງໂທລະສັບໃນວັນທີ 06 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ແລະ ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງສະຫະພາບເອີຣົບ (ອີຢູ) ທ່ານນາງ Federica Mogherini ຢືນຢັນວ່າ

ຈະສືບຕໍ່ຮັກສາກຳລັງກົດດັນຕໍ່ ສປປ.ເກົາຫຼີ ແນໃສ່ບັງຄັບໃຫ້ປະເທດນີ້ ປະລະໂຄງການນິວເຄຼຍ ແລະ ລູກສອນໄຟ. ທ່ານລັດຖະມົນຕີການຕ່າງປະເທດ Taro Kono ກໍ່ຊອກຫາການສະໜັບສະໜູນຂອງ ອີຢູ ໃນການແກ້ໄຂບັນຫາພົນລະເມືອງ ຍີ່ປຸ່ນ ຖືກ ສປປ.ເກົາຫຼື ຫລອບຈັບຕົວໃນຊຸມປີ 70 ແລະ 80 ຂອງສະຕະວັດກ່ອນ. ຕອບໂຕ້ຄືນ, ທ່ານນາງ Federica Mogherini ໃຫ້ຮູ້ວ່າ: ອີຢູ ບໍ່ພຽງແຕ່ສະຫງວນຄວາມສົນໃຈຕໍ່ບັນຫານິວເຄຼຍ ແລະ ອາວຸດນິວເຄຼຍຂອງ ສປປ.ເກົາຫຼີ ເທົ່ານັ້ນ ຫາກຍັງນັບທັງບັນຫາສິດທິມະນຸດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ