ຍີ່ປຸ່ນ ແລະ ອາເມລິກາ ບໍ່ລົງລອຍກັນກ່ຽວກັບບັນຫາການຄ້າທີ່ກອງປະຊຸມ TPP

ຍີ່ປຸ່ນ ແລະ ອາເມລິກາ ບໍ່ລົງລອຍກັນກ່ຽວກັບບັນຫາການຄ້າທີ່ກອງປະຊຸມ TPP - ảnh 1
2 ປະ​ເທດ​ຍັງ​ບໍ່​ທັນ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ບາງ​ຂົງ​ເຂດ​ການ​ຄ້າ​
(ພາບ: vietnamplus.vn)


(vovworld) - ວັນ​ທີ 25/02, ​ເປັນ​ມື້​ສຸ​ດທ້າຍ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນ​ຍາ​ຄູ່​ຮ່ວມມື​ເຂດ​ປາຊີ​ຝີ​ກ (TPP), ທີ່ຖືກຈັດ​ຂຶ້ນຢູ່​​ສິງກະ​ໂປ, ດ້ວຍ​ບັນດາ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ແຮງ​ງານ, ສິ່ງ​ແວດ​ລ້ອມ ​ແລະ ​ເຄື່ອງຕຳ​ແຜ່ນ​ຕັດຫຍິບ. ວັນ​ທີ 24/02, ​ເປັນ​ມື້​ເຮັດ​ວຽກ​ທີ່ 3 ຂອງ​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ ​ແລະ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ 12 ປະ​ເທດ​ເຂົ້າ​ຮ່ວມການ​ເຈລະຈາ TPP ​ໄດ້​ປຶກສາ​ຫາລື​ເລື່ອງ​ເປີດ​ຕະຫຼາດ​ສຳລັບ​ສິນຄ້າ, ​ເຄື່ອງຕຳ​ແຜ່ນ​ຕັດຫຍິບ, ການ​ລົງທຶນ, ການ​ບໍລິການ​ການ​​ເງິນ ​ແລະ ການ​ຊື້​ເຄື່ອວຂອງ ຂອງ​ລັດຖະບານ. ຕາມ​ທ່ານ ​ເຈີ​ນກ໋ວກ​ແຄ໋ງ, ຫົວໜ້າ​ຄະນະ​ເຈລະຈາ TPP ຂອງ​ຫວຽດນາມ ​ແລ້ວ, ສິນຄ້າ​ແມ່ນ​ບັນຫາ​ເຊິ່ງທຸກ​ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະຈາ​ລ້ວນ​ແຕ່​ມີ​ຄວາມ​ສົນ​ໃຈ ​ເພາະ​ນັ້ນ​ແມ່ນ​ຜົນ​ປະ​ໂຫຍ​ດທີ່​ເຫັນ​ໄດ້ ​ແລະ ​​ເມື່ອ​​ການ​ເຈລະຈາ​ກ່ຽວ​ກັບ​ສິນຄ້າ​ມີ​ຄວາມ​ກ້າວໜ້າ​ຈຶ່ງ​ສາມາດມີ​ຂໍ້​ຕົກລົງ​ໃນ​ບັນດາ​ຂົງ​ເຂດ​ເຈ​ລະ​ຈາທີ່ຍັງ​ເຫຼືອ​ໄດ້. ​ແລະ ກໍ່​ໃນ​ມື​ເຮັດ​ວຽກ​ທີ 3, ບັນດາ​ນັກ​ເຈລະຈາ​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ແຫ່ຼງ​ກຳ​ເນີ​ດ, ພາສີ ​ແລະ ຊັບ​ສິນ​ທາງ​ປັນຍາ.

        ຢູ່​ນອກ​ກອງປະຊຸມ​ລັດຖະມົນຕີ, ​ໄດ້​ຈັດ​ບັນດາວາລະກອງ​ປະຊຸມ 2 ຝ່າຍ ​ແລະ ວາລະ​ປະຊຸມທີ່​ວົງ​ການ​ນັກ​ຂ່າວ ​ແລະ ບັນດາ​ນັກ​ສັງ​ເກ​ດການ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດນັ້ນ​ແມ່ນ​ ວາລະ​ປະຊຸມ​ລະຫວ່າງ​ຄະນະ​ເຈລະຈາ​ຍີ່ປຸ່ນ ​ແລະ ຄະນະ​ເຈລະຈາອາ​ເມ​ລິ​ກາ. ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ​ແມ່ນ 2 ພື້ນຖານ​ເສດຖະກິດ​ໃຫຍ່​ກວ່າ​ໝູ່​ໃນ​ຈຳນວນ 12 ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ TPP, ​ແຕ່​ວ່າ 2 ປະ​ເທດ​ຍັງ​ບໍ່​ທັນ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ບາງ​ຂົງ​ເຂດ​ການ​ຄ້າ​ຕົ້ນ​ຕໍ່​ຄື: ອາ​ເມ​ລິ​ກາ ຢາກ​ປົກ​ປ້ອງ​ຕະຫຼາດ​ລົດ​ໂອ​ໂຕ ​ໃນ​ຂະນະ​ທີ່ ຍີ່ປຸ່ນ ຢາກ​ປົກ​ປ້ອງ​ຜະລິດ​ຕະພັນ​ກະ​ເສດ.

ຂ່າວ/ບົດ​ອື່ນ