ຍີ່ປຸ່ນຈັດຕັ້ງກອງປະຊຸມດ່ວນພາຍຫຼັງຕົວປະກັນທີ2ຖືກISເຂັ່ນຂ້າ

ຍີ່ປຸ່ນຈັດຕັ້ງກອງປະຊຸມດ່ວນພາຍຫຼັງຕົວປະກັນທີ2ຖືກISເຂັ່ນຂ້າ - ảnh 1
ທ່ານນາຍົກລັດຖະມົນຕີ Shinzo Abe ທີ່ການປະຊຸມຂ່າວ
(ພາບ: Reuters).

(vovworld) – ຕອນ​ເຊົ້າ​ວັນ​ທີ 1/2, ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe  ​ໄດ້ຮຽກ​ໂຮມ​ປະຊຸມ​ຄະນະ​ລັດຖະບານ​ດ່ວນ​ພາຍຫຼັງ​ອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ ​ປະກາດ ວີ​ດີ​ໂອ​ເຂັ່ນ​ຂ້າ​ຕົວ​ປະກັນ Kenji Goto. ທ່ານ​ນາຍົກລັດຖະມົນຕີ Shinzo Abe ກໍ່​ໄດ້​​ແບ່ງປັນ​ຄວາມ​ທຸກ​ກັບ​ຄອບຄົວ​ຕົວ​ປະກັນ​ຜູ້​ນີ້, ຖື​ວ່າ​ນີ້​ແມ່ນ​ເຫດການ “​ເປັນ​ໜ້າ​ເສຍດາຍ”. ​ແຕ່ຍີ່ປຸ່ນ ຈະ​ບໍ່​ອະ​ໄພ​ໃຫ້​ບັນດາ​ການ​ກະທຳ​ກໍ່​ການ​ຮ້າຍຢ່າງ​ເດັດຂາດ. ​ທີ່​ການ​ປະຊຸມ​​ຂ່າວໃນ​ວັນ​ທີ 1/2, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Kishida Fumio ​ເນັ້ນ​ໜັກ​ວ່າ: ຍີ່ປຸ່ນ ສືບ​ຕໍ່​ຢັ້ງຢືນ​ຂໍ້​ມູນ​ຂ່າວ​ເຊິ່ງ IS ຍົກ​ອອກ​ມາ.

  ບັນດາ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ ອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ, ​ເຢຍລະ​ມັນ…. ກ່າວ​ປະນາມ​ເລື່ອງ IS ​ເຂັ່ນ​ຂ້າ​ພົນລະ​ເມືອງ ຍີ່ປຸ່ນ ຢ່າງ​ແຮງ, ພ້ອມ​ທັງ​ສະ​ແດງ​ຄວາມ​ສາມັກຄີ​ກັບ ຍີ່​ປຸ່ນ​ໃນ​ການ​ທົດ​ສ​ອບ​ໃໝ່​ນີ້. ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ກ່າວ​ປະນາມ​ເລື່ອງ IS ​ເຂັ່ນ​ຂ້າ​ຕົວ​ປະກັນ​ຊາວ ຍີ່ປຸ່ນ ​ແລະ ຮຽກ​ຮ້ອງ​ໃຫ້ IS ປ່ອຍ​ຕົວ​ເປັນ​ອິດສະຫຼະ​ໃຫ້​ຕົວ​ປະກັນ​ທຸກ​ຄົນພວມ​ຖືກ IS ກັກ​ຂັງ.

 


ຂ່າວ/ບົດ​ອື່ນ