ຍີ່ປຸ່ນຈະຮ່ວມມືກັບປະເທດຕ່າງໆເພື່ອປະກອບສ່ວນເຂົ້າໃນສັນຕິພາບ,ສະຖຽນລະພາບຢູ່ທະເລຕາເວັນອອກ

ຍີ່ປຸ່ນຈະຮ່ວມມືກັບປະເທດຕ່າງໆເພື່ອປະກອບສ່ວນເຂົ້າໃນສັນຕິພາບ,ສະຖຽນລະພາບຢູ່ທະເລຕາເວັນອອກ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ
Gen Nakatani ​(ພາບ: AFP)

(vovworld) –  ວັນ​ທີ 6/3, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ Gen Nakatani ​ໃຫ້​ຮູ້​ວ່າ: ຍີ່ປຸ່ນ ຈະ​ສືບ​ຕໍ່​ພິຈາລະນາ​ເລື່ອງດຳ​ເນີນ​ການ​ສ້ອມ​ຮົບ​ຮ່ວມ​ກັບ​ບັນດາ​ປະ​ເທດ​ໃກ້​ຄຽງ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ, ບ່ອນ​ທີ່ ຈີນ ພວມ​ເປີດ​ກ້ວາງ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ພຽງ​ລຳພັງ​ຝ່າຍ​ດຽວ. ທ່ານ Gen Nakatani ​ໄດ້​ຍົກ​ອອກ​ຄຳ​ຖະ​ແຫຼ​ງດັ່ງກ່າວ​ໃນ​ການ​ປະຊຸມ​ຂ່າວ, ພາຍຫຼັງ​ຢ້ຽມຢາມ​ຖານ​ທີ່​ໝັ້ນ​ການ​ທະຫານ​ຢູ່​ແຂ​ວງ Aomori, ບ່ອນ​ທ່ີ​ດຳ​ເນີນ​ພິທີ​ສົ່ງ​ທະຫານເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ້ານ​ພວກ​ໂຈ​ນສະ​ລັດ​ຢູ່​ເຂດ​ທະ​ເລ ອາບຟຣີກາ ​ແລະ Somalia. ທ່ານ Gen Nakatani ​ໃຫ້​ຮຸ້ວ່າ: ຍີ່ປຸ່ນ​ຈະ​ຝຶກ​ສ້ອມ​ຮ່ວມ​ກັບ​ບັນດາ​ປະ​ເທດ​ອ້ອມ​ຂ້າງ, ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ນັ້ນ ​ດ້ວຍ​ຈຸດປະສົງ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ອາ​ຊີ - ປາຊີ​ຟິກ.

        ​ໃນ​ຊຸມ​ວັນ​ມໍ່ໆ​ມາ​ນີ້, ຍາມ​ໃດ ຍີ່​ປຸ່ນ ກໍ​ໄດ້​ກ່າວ​ເຕືອນ, ຮຽກຮ້ອງ​ໃຫ້ ຈີນ ລະງັບ​​ໃຈຕໍ່ບັນດາ​ການ​ກະທຳທີ່ “ບໍ່​ສາມາດ​ຮັບ​ຮູ້​ໄດ້” ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ວັນ​ທີ 5/3, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ Gen Nakatani ຮຽກຮ້ອງ​ໃຫ້​ຝ່າຍ ຈີນ ​ເຮັດ​ແຈ້ງ​​ບັນຫາ​ເພີ່ມ​ທະວີ​ງົບ​ປະມານ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດ​ນີ້​ໃນ​ປີ​ການ​ເງິນ 2016 ຄາດ​ວ່າ​ເພີ່ມ​ຂຶ້ນ 7,6%​​ ​ເມື່ອ​ທຽບ​ໃສ່​​ປີ 2015 ​ເຊິ່ງ​ໃນ​ນັ້ນ​ງົບປະມານສະໜອງ​ໃຫ້​ກອງທັບ​ເຮືອ, ກອງທັບ​ອາກາດ​ລື່ນ​ກາຍ​ຫຼາຍ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ.


ຂ່າວ/ບົດ​ອື່ນ