ຍີ່ປຸ່ນຕໍ່ກຳນົດເວລາຄຳສັ່ງລົງໂທດສຳລັບສປປ.ເກົາຫຼີ

(VOVWORLD) -ວັນທີ 20 ມີນາ, ສື່ມວນຊົນຍີ່ປຸ່ນ ໃຫ້ຂ່າວວ່າ, ລັດຖະບານປະເທດນີ້ຈະປະກາດການຕໍ່ກຳນົດເວລາບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດຽວສຳລັບສປປ.ເກົາຫຼີ ຕື່ມອີກ 2 ປີໂດຍໄວ.

ໃນວັນດຽວກັນ, ທີ່ກອງປະຊຸມຂອງຄະນະພົວພັວຕ່າງປະເທດພັກ LDP, ກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ອະທິບາຍວ່າ ເລື່ອງຕໍ່ກຳນົດເວລາຄຳສັ່ງລົງໂທດສປປ.ເກົາຫຼີ ຕື່ມອີກ 2 ປີນັ້ນແມ່ນຍ້ອນກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ສິ້ນສຸດລົງ ແຕ່ບໍ່ສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບການປະຕິບັດປອດນິວເຄຼຍ. ມີສະມາຊິກຂອງພັກ LDP ບາງທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ເຫັນດີກັບທັດສະນະຂອງອຳນາດການປົກຄອງ ແລະ ຖືວ່າ, ຄວນສືບຕໍ່ຮັກສາທ່າທີເດັດດ່ຽວກັບສປປ.ເກົາຫຼີ. ຄາດວ່າ, ເລື່ອງຕໍ່ກຳນົດເວລານັ້ນຈະໄດ້ຮັບການຮັບຮອງເອົາຈາກລັດຖະບານຍີ່ປຸ່ນ ໃນຕົ້ນເດືອນ ເມສາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ