ຍີ່ປຸ່ນຢາກນຳບັນຫາຫຼອກຈັບຕົວພົນລະເມືອງເຂົ້າເນື້ອໃນການພົບປະຂັ້ນສຸດຍອດລະຫວ່າງອາເມລິກາ-ສປປ.ເກົາຫຼີ

(VOVWORLD) -ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ພວມສ້າງແຜນການພົບປະກັບທ່ານປະທານາທິບໍດີອາເມລິກາ Donald Trump ກ່ອນທີ່ດຳເນີນການພົບປະຂັ້ນສຸດຍອດອາເມລິກາ - ສປປ.ເກົາຫຼີ ຄາດວ່າຈະດຳເນີນຢູ່ສິງກະໂປ ໃນວັນທີ 12 ມິຖຸນາ ຈະມາເຖິງ.

ຍີ່ປຸ່ນຢາກນຳບັນຫາຫຼອກຈັບຕົວພົນລະເມືອງເຂົ້າເນື້ອໃນການພົບປະຂັ້ນສຸດຍອດລະຫວ່າງອາເມລິກາ-ສປປ.ເກົາຫຼີ - ảnh 1ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີອາເມລິກາ Donald Trump 

(ພາບປະກອບ: AFP/TTXVN)

ຄາດວ່າ, ທ່ານນາຍົກລັດຖະມົນຕີ Abe ຈະມີການພົບປະກັບທ່ານປະທານາທິບໍດີ Trump ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ຢູ່ການາດາ ໃນລະຫວ່າງວັນທີ 08 – 09 ມິຖຸນາ ຈະມາເຖິງ. ທີ່ການພົບປະຄັ້ງນີ້, ທ່ານ Abe ຈະສະເໜີໃນການພົບປະຂັ້ນສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຈະມາເຖິງນີ້, ຝ່າຍອາເມລິກາ ຈະເຕື້ອງເຖິງເລື່ອງແກ້ໄຂບັນຫາຜົນລະເມືອງຍີ່ປຸ່ນ ຖືກອຳນາດການປົກຄອງສປປ.ເກົາຫຼີ ຫຼອກຈັບຕົວໃນປາງສົງຄາມ.

      ລັດຖະບານຍີ່ປຸ່ນ ສະແດງຄວາມປາດຖະໜາວ່າ, ທ່ານປະທານາທິບໍດີ Trump ຈະມາຢ້ຽມຢາມຍີ່ປຸ່ນ ແລະ ແລກປ່ຽນກ່ຽວກັບເນື້ອໃນການພົບປະຂັ້ນສຸດຍອດອາເມລິກາ - ສປປ.ເກົາຫຼີ ເຊິ່ງຈະຖືກດຳເນີນຢູ່ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ