ຍີ່ປຸ່ນສົ່ງຈົດໝາຍທາງການຄັດຄ້ານກໍ່າປັ່ນຈີນ ເຂົ້າໃກ້ເຂດໝູ່ເກາະທີ່ພວມຂັດແຍ້ງ

ຍີ່ປຸ່ນສົ່ງຈົດໝາຍທາງການຄັດຄ້ານກໍ່າປັ່ນຈີນ ເຂົ້າໃກ້ເຂດໝູ່ເກາະທີ່ພວມຂັດແຍ້ງ - ảnh 1
ກໍ່າ​ປັ່ນ​ຕຳ​ຫຼວດ​ທະ​ເລ 3 ລຳຂອງ​ຈີນ ​ໄດ້​ເດີນ​ເຂົ້າ​ເຂດ​ທະ​ເລ
ມໍ່​ກັບ​ໝູ່​ເກາະ​ Senkaku/ຕຽວ ອີທີ່​ພວມ​ຂັດ​ແຍ້ງ​
(ພາບ: AFP)


(vovworld) – ວັນ​ທີ 25/11, ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ໄດ້​ສົ່ງ​ຈົດໝາຍ​ທາງ​ການ​ຄັດຄ້ານ​ຈີນ ທີ່​ກ່ຽວຂ້ອງ​ເຖິງ​ເຫດ​ກໍ່າ​ປັ່ນ​ຕຳ​ຫຼວດ​ທະ​ເລ 3 ລຳຂອງ​ຈີນ ​ໄດ້​ເດີນ​ເຂົ້າ​ເຂດ​ທະ​ເລມໍ່​ກັບ​ໝູ່​ເກາະ​ທີ່​ພວມ​ຂັດ​ແຍ້ງ​ເຊິ່ງຍີ່ປຸ່ນ​ ເອີ້ນ​ວ່າ Senkaku ສ່ວນ​ຈີນ ​ເອີ້ນ​ວ່າ ຕຽວອີ ຢູ່​ທະ​ເລ​ຮວາ​ຕຸ​ງ. ທ່ານ Junichi Ihara ຫົວໜ້າ​ກົມ​ອາຊີ - ທະວີບ​ໂອ​ເຊ​ອາ​ນີ ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ຄັດຄ້ານ​ເຫດການ​ດັ່ງ​ດ່າວ​ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ນັກ​ການ​ທຸກ​ຂັ້ນ​ສຸງ​ຜູ້​ໜຶ່ງທີ່​​ເຮັດ​ວຽກ​ຢູ່​ສະຖານທູດ​ຈີນ ປະຈຳ​ນະຄອນຫຼວງ​ໂຕ​ກຽວ.

        ມີ​ແຫຼ່ງຂ່າວ​ຈາກ​ລັດຖະບານ​ຍີ່ປຸ່ນ ​ໃຫ້​ຮູ້​ວ່າ, ​ເຫດການ​ເກີດ​ຂຶ້ນ​ພາຍຫຼັງການ​ນຳ 2 ປະ​ເທດ​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ການ​ສະກັດ​ກັ້ນ​ວິ​ກິດ​ການ​ຢູ່​ອ້ອມ​ເຂດ​ໝູ່​ເກາະ Senkaku/ ຕຽວອີ. ນີ​້ແມ່ນ​ຄັ້ງ​ທຳ​ອິດ​ທີ່​ບັນດາ​ກຳ​ປັ່ນ​ຂອງ​ຈີນ ​ເຂົ້າ​ເຂດທະ​ເລ​ຢູ່​ອ້ອມ​ໝູ່​ເກາະ Senkaku/ຕຽວອີ ນັບ​ແຕ່ຫຼັງ​ການ​ພົບ​ປະ​ຂັ້ນ​ສູງ​ລະຫວ່າງ​​ປະທານ​ປະ​ເທດ​ຈີນ ​ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ​ເມື່ອ​ເດືອນ 10 ຜ່ານ​ມາ, ນີ້ແມ່ນ​ການ​ລ່ວງ​ລ້ຳ​ຄັ້ງ​ທີ 28 ນັບ​​ແຕ່​ຕົ້ນ​ປີ 2014 ມາ​ຮອດ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ