ຍີ່ປຸ່ນສະແດງຫຼັກໝັ້ນກ່ຽວກັບບັນຫາທະເລຕາເວັນອອກ

ຍີ່ປຸ່ນສະແດງຫຼັກໝັ້ນກ່ຽວກັບບັນຫາທະເລຕາເວັນອອກ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida
(ພາບ: Sputnik)

(vovworld) - ຕາມ​ສຳນັກ​ຂ່າວສານ Kyodo (ຍີ່​ປຸ່ນ) ​ແລ້ວ, ວັນ​ທີ 24/07, ຍີ່ປຸ່ນ ສະ​ແດງທັດສະນະ​ຂອງ​ປະ​ເທດ​ນີ້ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ຢູ່ ລາວ, ​ໃນ​ນັ້ນ ​​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ກົດໝາຍ​ສາກົນ​ຕ້ອງ​ໄດ້​ຮັບ​ການ​ເຄົາລົບ, ພິ​ເສດ​ແມ່ນ​ພາຍ​ຫລັງສານ​ອະນຸຍາ​ໂຕ​ຕຸລາການ​ຢູ່ La Hay (​ໂຮ​ນລັງ)ຕັດສິນ ປະຕິ​ເສດຄຳ​ຮຽກ​ສິດ​ອະທິປະ​ໄຕຢ່າງ​ໄຮ້​ເຫດຜົນ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ ທີ່​ການ​ພົບ​ປະ​ກັບ​ຄູ​ຕຳ​ແໜ່​ງ ລາວ ສະ​​ເຫຼີມ​ໄຊ ກົມມະ​ສິດ ຢູ່ ນະຄອນຫລວງ ວຽງ​ຈັນ, ລາວ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Fumio Kishida ຮຽກ​ຮ້ອງບັນດາຝ່າຍ​ທີ່​ກ່ຽວຂ້ອງ ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ ​ແລະ ​ເຄົາລົບ​ກົດໝາຍ​ສາກົນ. ​ເຖິງ​ວ່າ ບໍ່​ຊີ້​ແຈ້ງບັນດາ​ຄຳ​ເຫັນລະອຽດ​ຂອງ​ທ່ານ Fumio Kishida ​ໃນ​ການ​ພົບ​ປະ ກໍ່ຕາມກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ ຢືນຢັນ​ວ່າ: ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ ​ໄດ້​ສະ​ແດງ​ທັດສະນະ​ຂອງ ​ໂຕ​ກຽວ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ກົງ​​ໄປ​ກົງ​ມາ.

ຂ່າວ/ບົດ​ອື່ນ