ຍິ່ປຸ່ນ-ອາເມລິກາຍັງບໍ່ ທັນມີທາງອອກໃນ ການເຈລະຈາ TPP


ຍິ່ປຸ່ນ-ອາເມລິກາຍັງບໍ່ ທັນມີທາງອອກໃນ ການເຈລະຈາ TPP - ảnh 1

ທ່ານ ​ Akira Amari ໃນ​ການ​ປະ​ຊຸມ​ຂ່າວ​ຫຼັງ​ການ​ເຈລະຈາ​ຢູ່​ໂຕ​ກຽວ​ເມື່ອ​ວັນທີ 10/4

(ພາບ: AFP/ TTXVN)

 (vovworld)- ວັນ​ທີ 18/4,  ​ຮອບ​ເຈລະຈາ​ຂັ້ນລັດຖະມົນຕີ​ລະຫວ່າງ​ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ກ່ຽວ​ກັບ​ສັນຍາ​ເສດຖະກິດ​ເຂດ​ປາຊິ​ຟິກ (TPP) ​ໄດ້​ອັດ​ລົງ​ພາຍຫຼັງ​ດຳ​ເນີນ​ການເຮັດ​ວຽກ​ເປັນ​ເວລາ 3 ວັນ​ຢູ່​ວໍ​ຊິງ​ຕັນ, ປະ​ເທດ​ອາມ​ເລິ​ກາ ​ແຕ່​ບໍ່​ທັນ​ບັນລຸ​ ​ຂໍ້​ຕົກລົງ​ສຸດ​ທ້າຍໄດ້.

  ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ທີ່​ແກ່ຍາວ​ກ່ວາ 20 ຊົ່ວ​ໂມງ​ກັບ​ທ່ານ​ລັດຖະມົນຕີ​ນະ​ໂຍບາຍ​ເສດຖະກິດ ​ແລະ ການ​ເງິນ​ຍີ່ປຸ່ນ Akira Amari, ທ່ານ Michael Froman, ຜູ້ຕາງໜ້າ​ການ​ຄ້າ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ທັດສະນະ​ທີ່​ແຕກ​ຕ່າງ​ກັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ການ​ຮັດ​ແຄບ​ແລ້ວ​ແຕ່​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫຼາຍ​ຂໍ້​ຢູ່. ທ່ານ​ເນັ້ນໜັກ​ວ່າ, ຈຸດໝາຍ​ຮອບດ້ານ​ຂອງ ​ TPP ແມ່ນການ​ສຳ​ພັດ​ທີ່​ມີ​ຄວາມ​ໝາຍ​ກັບ​ຕະຫຼາດ​ຍີ່ປຸ່ນ, ສິ່ງ​ທີ່​ທຸກໆ​ຄູ່​ຮ່ວມ​ມື​ລ້ວນ​ແຕ່​ໄດ້​ມຸ້ງ​ໄປ​ເຖິງ.

  ສ່ວນ​ທ່ານ​ລັດຖະມົນຕີນະ​ໂຍບາຍ​ເສດຖະກິດ ​ແລະ ການ​ເງິນ​ຍີ່ປຸ່ນ Akira Amari ​ໃຫ້​ຮູ້​ວ່າ: ສອງ​ຝ່າຍ​ຍັງ​ມີ​ຫຼາຍ​ບັນຫາ​ຕ້ອງ​ປຶກ​ສາ​ຫາລື​ຕື່ມ​ອີກ.

   ຮອບ​ເຈ​ລະ​ຈາ​ເມື່ອ​ວັນ​ທີ 18/4 ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ, ສຳຄັນ​ທີ່​ສຸດ​ສຳລັບ​ທັງ​ຍິ່ປຸ່ນ ​ແລະ ອາ​ເມ​ລິ​ກາ, ມຸ້ງ​ໄປ​ເຖິງ​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ແກ່​ການ​ພົບ​ປະສຸ​ດຍອດ​ລະຫວ່າງ​ນາຍົກລັດຖະມົນຕີຍິ່ປຸ່ນ Shinzo Abe ​ແລະ ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຢູ່​ໂຕ​ກຽວ ​ໃນ​ວັນ​ທີ 24/4 ຈະ​ມາ​ເຖິງ./.

ຂ່າວ/ບົດ​ອື່ນ