ຍີ່ປຸ່ນຮຽກຮ້ອງສປປເກົາຫຼີສືບຕໍ່ແກ້ໄຂບັນຫາພົນລະເມືອງຖືກຫລອກຈັບຕົວ

ຍີ່ປຸ່ນຮຽກຮ້ອງສປປເກົາຫຼີສືບຕໍ່ແກ້ໄຂບັນຫາພົນລະເມືອງຖືກຫລອກຈັບຕົວ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 12/02, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຍີ່​ປ່ນ Fumio Kishida ສະ​ແດງ​ຄວາມ​ເສຍດາຍ​ຕໍ່ເລື່ອງ ສປປ ​ເກົາຫຼີ ​ໄດ້ຍຸບ​ເລີກ​ຄະນະ​ກຳມະການ​ພິ​ເສດ ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ເດືອນ 7/2014 ​ເພື່ອ​ແນ​ໃສ່ສືບສວນ​ບັນຫາ​ບັນດາ​ພົນລະ​ເມືອງ ຍີ່ປຸ່ນ ຖືກ​ຫລອກ​ຈັບ​ຕົວ​ໃນ​ຊຸມ​ປີ 70 ​ແລະ 80 ຂອງ​ສະຕະວັດ​ກ່ອນພຽງ​ລຳພັງ​ພາຍ​ດຽວ. ກ່າວ​ຄຳ​ເຫັນຕໍ່​ວົງ​ການ​ນັກ​ຂ່າວ​ຢູ່ Ottawa (ກາ​ນາ​ດາ), ທ່ານ Kishida ​ເນັ້ນ​ໜັກ​ວ່າ: ລັດຖະບານ ຍີ່ປຸ່ນ ຈະ​ມານ​ະພະຍາຍາມສະ​ເໜີ ສປປ ​ເກົາ​ຫຼີ ມີ​ບັນດາ​ການ​ກະທຳ ​ແລະ ບາດກ້າວ​​ລະອຽດ ​ເພື່ອ​ແກ້​ໄຂ​ບັນຫາ​ພົນລະ​ເມືອງ ຍີ່ປຸ່ນ ຖືກ​ຫລອກ​ຈັບ​ຕົວ, ​ເຊິ່ງປະຈຸ​ບັນ​ຍັງ​ເປັນ​ສິ່ງ​ທີ່ກີດ​ກັ້ນ 2 ປະ​ເທດ​ຫັນ​ການ​ພົວພັນ​ເປັນ​ປົກກະຕິ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 12/2, ສປປ ​​ເກົາຫຼີ ຖະ​​​ແຫຼ​ງ​ຢຸດຕິ​ການ​ສືບສວນ​ກ່ຽວ​ກັບ​ບັນດາພົນລະ​ເມືອງ ຍີ່ປຸ່ນ ຖືກ​ຫລອກ​ຈັນ​ຕົວ ​​ແນ​ໃສ່​ໂຕ້​ຕອບ​ເລື່ອງ ​ໂຕ​ກຽວ ​ເປີດ​ກ້ວາງ​ບັນດາ​ມາດ​ຕະການລົງ​ໂທດ ພຽງ​ຢາງ ພາຍຫລັງ​ເຫດ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 4 ​ແລະ ​ເຫດ​ຍິງດາວ​ທຽມ​​ຜ່ານ​ມາ​ຂອງ​ປະ​ເທດ​ນີ້.

 


ຂ່າວ/ບົດ​ອື່ນ