ຍີ່ປຸ່ນແລະຝລັ່ງເຫັນດີຮັດແໜ້ນການຮ່ວມມື 2 ຝ່າຍ,ຊຸກຍູ້ການຄ້າເສລ

(VOVWORLD) -ວັນທີ 23 ເມສາ, ໃນຂອບເຂດການຢ້ຽມຢາມຝລັ່ງ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີຝລັ່ງ Emmanuel Macron.

ການນຳ 2 ທ່ານໄດ້ປຶກສາຫາລືບັນດາບັນຫາສາກົນ ກໍຄືຊຸກຍູ້ການຄ້າເສລີ ແລະ ການປະຕິຮູບອົງການການຄ້າໂລກ (WTO)… 2 ຝ່າຍໄດ້ເຫັນດີຈະຊີ້ນຳບັນດາກອງປະຊຸມປຶກສາຫາລືກ່ຽວກັບບັນດາບັນຫາ ດັ່ງກ່າວທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ເຊິ່ງຄາດວ່າຈະດຳເນີນຢູ່ Osaka, ປະເທດຍີ່ປຸ່ນ ໃນເດືອນ ມິຖຸນາ ຈະມາເຖິງ. ການນຳ 2 ທ່ານໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນເພື່ອມຸ່ງໄປເຖິງຜົນສຳເລັດຂອງກອງປະຊຸມ G20 ກໍຄືກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ດ້ວຍສານທີ່ໄດ້ຍົກອອກມາຢ່າງແຮງກ່ຽວກັບການຄ້າເສລີ ແລະ ພ້ອມກັນແກ້ໄຂບັນດາບັນຫາທີ່ມີລັກສະນະທົ່ວໂລກ. ຕາມການຄາດຄະເນ, ກອງປະຊຸມສຸດຍອດ G7 ຈະດຳເນີນໃນເດືອນສິງຫາ ຢູ່ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ