ຍີ່ປຸ່ນແລະຫວຽດນາມແມ່ນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ

(VOVWORLD) -ຕອນຄ່ຳວັນທີ 08 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບເມືອຮອດສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມອະນາຄົດອາຊີ ຄັ້ງທີ 23 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໃນລະຫວ່າງວັນທີ 04 – 08 ມິຖຸນາ.
ຍີ່ປຸ່ນແລະຫວຽດນາມແມ່ນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ - ảnh 1(ການນຳ 2 ປະເທດເຈລະຈານຳກັນ)

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈູງ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນການຢ້ຽມຢາມ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮ່ວາຍຈູງ ຊີ້ແຈ້ງວ່າ, ຍີ່ປຸ່ນ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຢ້ຽມຢາມຍີ່ປຸ່ນ ເພື່ອແນໃສ່ຊຸກຍູ້ ແລະ ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງກວ່າໃນທຸກຂົງເຂດ. 2 ຝ່າຍບັນລຸໄດ້ຄວາມເຫັນດີກ່ຽວກັບບັນດາກຳນົດທິດໃຫຍ່ ພ້ອມກັບບັນດາມາດຕະການຢ່າງລະອຽດ ເພື່ອເຮັດໃຫ້ການພົວພັນໃນທຸກດ້ານ, ຈາກການເມືອງ, ເສດຖະກິດ, ການຄ້າ, ຕະຫຼອດຮອດວັດທະນະທຳ, ການສຶກສາ… ແທດຈິງກວ່າ

ກ່ຽວກັບການຮ່ວມມືດ້ານການເມືອງ, ຄວາມໝັັ້ນຄົງ, 2 ຝ່າຍໄດ້ຢືນຢັນວ່າ 2 ປະເທດແມ່ນຄູ່ຮ່ວມມືສຳຄັນຂອງກັນ ແລະ ມີຜົນປະໂຫຍດຍຸດທະສາດຫຼາຍຢ່າງທີ່ຄ້າຍຄືກັນ; ເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຮັກສາບັນດາການຢ້ຽມຢາມ, ການພົບປະຂັ້ນສູງເປັນປະຈຳ. 2 ຝ່າຍກໍ່ໄດ້ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງມີຄວາມສົນໃຈກັນເອົາໃຈໃສ່ ແລະ ຢືນຢັນຈະສົມທົບກັບຢ່າງແໜນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ. ຝ່າຍຍີ່ປຸ່ນ ພ້ອມແລ້ວທີ່ຈະໜູນຊ່ວຍສະໜອງກ່ຳປັ່ນລາດຕາເວັນຕື່ມອີກ ເພື່ອຍົກສູງກຳລັງປະຕິບັດກົດໝາຍທາງທະເລໃຫ້ຫວຽດນາມ. ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ເຫັນດີນຳກັນກ່ຽວກັບຄວາມສຳຄັນຂອງເລື່ອງຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ, ບັນດາຝ່າຍທີ່ກ່ຽວຂ້ອງ ບໍ່ຄວນມີການກະທຳພຽງລຳພັງຝ່າຍດ່ຽວລວມທັງການຫັນເປັນການທະຫານ, ການປ່ຽນແປງສະພາບເດີມ, ກໍ່ຄວາມສັບສົນ, ເປີດກວ້າງການຂັດແຍ້ງກັນຢູ່ທະເລຕາເວັນອອກ, ຊຸກຍູ້ການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບບັນດາວິວັດການທາງການທູດ ແລະ ກົດໝາຍ, ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ  ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດໂດຍໄວ.

ກ່ຽວກັບດ້ານເສດຖະກິດ, ການລົງທຶນ ຍິ່ປຸ່ນ ຢືນຢັນສືບຕໍ່ສະໜອງການໜູນຊ່ວຍພັດທະນາເປັນທາງການ (ODA) ໃຫ້ແກ່ຫວຽດນາມ, ບຸລິມະສິດໜູນຊ່ວຍການປະຕິຮູບ, ກໍ່ສ້າງພື້ນຖານໂຄງລ່າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ນອນນັ້ນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກໍ່ໄດ້ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 23, ເຊິ່ງແມ່ນເວທີປາໄສເຈລະຈານະໂຍບາຍທີ່ມີອິດທິພົນຊື່ສຽງໃນພາກພື້ນ, ເຊິ່ງຖືກດຳເນີນຢູ່ໂຕກ່ຽວ ໃນລະຫວ່າງວັນທີ 05 – 06 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ