ຍີ່ປຸ່ນແຫ່ຂະບວນປະທ້ວງແຜນການເປີດຖານທີ່ໝັ້ນທັບອາກາດໃໝ່ຂອງອາເມລິກາ

ຍີ່ປຸ່ນແຫ່ຂະບວນປະທ້ວງແຜນການເປີດຖານທີ່ໝັ້ນທັບອາກາດໃໝ່ຂອງອາເມລິກາ - ảnh 1
ການແຫ່​ຂະ​ບວນປະ​ທ້ວງສຳນັກງານ​ລັດຖະສະພາ​ຍີ່ປຸ່ນ
(ພາບ: Ruply)

(vovworld) –  ການ​​ແຫ່​ຂະ​ບວນຄັດຄ້ານ​ແຜນການ​ເປີດ​ຖານ​ທີ່​ໝັ້ນທັບ​ອາກາດ​ໃໝ່​ຂອງ ອາ​ເມ​ລິ​ກາ ຢູ່ ຍີ່ປຸ່ນ ​ໄດ້ດຳ​ເນີນ​ໃນ​ວັນ​ທີ 24/5. ຊາວ ຍີ່ປຸ່ນ ນັບ​ໝື່ນ​ຄົນ​ໄດ້​ປິດລ້ອມ​ສຳນັກງານ​ລັດຖະສະພາ​ປະ​ເທດ​ນີ້​ຢູ່ ນະຄອນຫຼວງ ​ໂຕ​ກຽວ ​ເພື່ອ​ຄັດຄ້ານ​ແຜນການກໍ່ສ້າງຖານ​ທີ່​ໝັ້ນທັບ​ອາກາດ​ໃໝ່​ຂອງ ອາ​ເມ​ລິ​ກາ ​ໃນ​ເກາະ Okinawa ຢູ່ພາກ​ໃຕ້ ຍີ່ປຸ່ນ. ບັນດາ​ຜູ້​​ແຫ່​ຂະ​ບວນປະ​ທ້ວງ​ໄດ້​​ຍົກ​ປ້າຍ​ຄຳ​ຂວັນຄັດຄ້ານ​ເລື່ອງ ​ໂຕ​ກຽວ ​ແລະ ວໍ​ຊິງ​ຕັນ ຕັ້ງ​ໃຈ​ຍົກຍ້າຍຖານ​ທີ່​ໝັ້ນທັບອາກາດ Futenma ຈາກນະຄອນ Ginowan ​ໄປ​ຍັງ Henoko ​ໃນ​ເກາະ Okinawa. ອາທິດ​ຜ່ານ​ມາ, ປະຊາຊົນ Okinawa ​ໄດ້​ແຫ່​ຂະ​ບວນປະ​ທ້ວງ​ແຜນການ​ຕັ້ງ​ຖານ​ທີ່​ໝັ້ນ​ກອງທັບອາກາດຂອງ ອາ​ເມ​ລິ​ກາ ຢູ່​ເກາະນີ້.

ຂ່າວ/ບົດ​ອື່ນ