ຍີ່ປຸ່ນ,ໂຮນລັງພ້ອມກັນສະແດງຄວາມວິຕົກກັງວົນກ່ຽວກັບຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ

ຍີ່ປຸ່ນ,ໂຮນລັງພ້ອມກັນສະແດງຄວາມວິຕົກກັງວົນກ່ຽວກັບຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ - ảnh 1
ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ແລະ
 ຄູ່​ຮ່ວມ​ຕຳ​ແໜ່​ງ​ໂຮ​ນລັງ Mark Rutte
(ພາບ: AP)


(vovworld) – ​ໃນ​ການ​ພົບ​ປະ​ຢູ່​ໂຕ​ກຽວ, ປະ​ເທດ​ຍີ່​ປຸ່ນ, ວັນ​ທີ 10/11, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ແລະ ຄູ່​ຮ່ວມ​ຕຳ​ແໜ່​ງ​ໂຮ​ນລັງ Mark Rutte “​ໄດ້​​ແບ່ງປັນ​ຄວາມ​ວິຕົກ​ກັງ​ວົນ​ໂດຍ​ເລີ່​ມມາ​ຈາກ​ບໍ່​ວ່າການ​ກະທຳ​ພຽງ​ລຳພັງ​ຝ່າ​ຍ​ດຽວ​ໃດໆ, ​ໃນ​ນັ້ນ​ມີ​ການ​ນຳ​ໃຊ້ ​ແລະ ນາບ​ຂູ່​ນຳ​ໃຊ້​ອາວຸດ ກໍ​ຄື​ບີ​ບບັບຄັບ​ເຮັດ​​ໃຫ​​້​ປ່ຽນ​​ແປງ​ສະພາບ​ເດີມ, ກໍ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ ຮວາ​ຕຸ​ງ ​ແລະ ທະ​ເລ​ຕາ​ເວັນ​ອອກ”. ການ​ນຳ 2 ​ທ່ານ​ໄດ້​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ໃນ​ເລື່ອງ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ ​ແລະ ​​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ. ​ແລະກໍ​ຕາມ​ຖະ​ແຫຼ​ງການ​ຮ່ວມ, ການ​ນຳ 2 ຝ່າຍ​ຍັງ​ຮຽກຮ້ອງ​​ດຳ​ເນີນ​ການ​ປະ​ຕິຮູບ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ພ້ອມ​ທັງ​ຮັບຮອງ ​ໂຕ​ກຽວ ຈະ​ແມ່ນ​ຜູ້​ສະໝັກ​ເຂົ້າ​ທີ່​ນັ່ງ​​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ ​ເປີດກວ້າງ.

ຂ່າວ/ບົດ​ອື່ນ