ຍອດຜູ້ຕິດເຊື້ອໄວຣັດໂຄວິດ-19 ຢູ່ ລາວ ເພີ່ມຂຶ້ນເປັນ 14 ກໍລະນີ

(VOVWORLD) -ຍອດຜູ້ຕິດເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ເພີ່ມຂຶ້ນອີກ 2 ກໍລະນີ ລວມທັງໝົດເປັນ 14 ກໍລະນີ ເຊິ່ງໄດ້ຮັບການຢືນຢັນຈາກກະຊວງສາທາລະນະສຸກ ໃນຕອນບ່າຍວັນທີ 7 ເມສາ 2020 ຈາກຜົນກວດວິເຄາະຫາເຊື້ອທັງໝົດ 73 ກໍລະນີ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ລາວ, ຜູ້ປະຈໍາການຄະນະສະເພາະກິດ ກ່າວໃນພິທີຖະແຫລງຂ່າວໃນວັນທີ 7 ເມສາ ນີ້ວ່າ: ຜູ້ຕິດເຊື້ອເພີ່ມສອງຄົນແມ່ນ ເພດຊາຍ ອາຍຸ 40 ປີ, ພະນັກງານບໍລິສັດພູເບ້ຍມາຍນິງ ຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເຊິ່ງຜູ້ກ່ຽວແມ່ນໄດ້ພົວພັນ ວຽກກັບຜູ້ຕິດເຊື້ອ ກໍລະນີທີ 11 ແລະ ຜູ້ທີ 14 ເປັນເພດຍິງ ອາຍຸ 19 ປີ ເປັນນັກສຶກສາລາວ ຮຽນຢູ່ປະເທດອັງກິດ, ຢູ່ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ໄດ້ອະທິບາຍເຖິງ ກໍລະນີຜູ້ຕິດເຊື້ອທີ 13 ໂດຍວັນທີ 30-31 ມີນາ 2020 ຜູ້ກ່ຽວແມ່ນໄດ້ພົວພັນ ວຽກກັບຜູ້ຕິດເຊື້ອທີ 11, ວັນທີ 1 ເມສາ ເລີ່ມມີອາການໄຂ້, ເຈັບຫົວ, ຫາຍໃຈຍາກ ແຕ່ບໍ່ໄດ້ປິ່ນປົວ, ຕໍ່ມາວັນທີ 2 ເມສາ ເດີນທາງຈາກແຄມພູຄຳ ແຂວງໄຊສົມບູນ ມາພັກທີ່ບ້ານ (ເມຍ ແລະ 2 ຄົນໄປຮັບ), ວັນທີ 3-4 ເມສາ ເຮັດວຽກຢູ່ບ້ານ ແລະ ໄດ້ພົບກັບແມ່, ນ້ອງສາວ, ນ້ອງເຂີຍ ແລະ ເພື່ອນບ້ານອີກ 2 ຄົນ. ໃນວັນທີ 5 ເມສາ ໄດ້ຮັບຂ່າວວ່າກໍລະນີທີ 11 ຕິດເຊື້ອ ຈຶ່ງໄດ້ມາກວດທີ່ໂຮງໝໍມິດຕະພາບ ເພື່ອເກັບຕົວຢ່າງ ມາວິເຄາະ ແລະ ຢັ້ງຢືນວ່າຕິດເຊື້ອ ເຊິ່ງລວມຜູ້ສຳຜັດທັງໝົດມີ 18 ຄົນ.

ສຳລັບປະຫວັດການ ເດີນທາງຂອງຜູ້ທີ 14 ໂດຍ    ວັນທີ 22 ມີນາ 2020 ເດີນທາງຈາກບາງກອກ ສະໜາມບິນສຸວັນນະພູມ ດ້ວຍຖ້ຽວບິນ TG 574 ຮອດສະໜາມບິນວັດໄຕ, ວັນທີ 23 ມີນາ ຫາ ວັນທີ 5 ເມສາ ຜູ້ກ່ຽວໄດ້ຈໍາກັດບໍລິເວນຕົນເອງ ຢູ່ເຮືອນຂອງຕົນ ໂດຍມີພໍ່, ແມ່, ອ້າຍ, ນ້ອງ ຢູ່ນຳກັນ ແຕ່ໄດ້ແຍກບ່ອນກິນ ແລະ ເຄື່ອງໃຊ້ຕ່າງໆ. ມາຮອດວັນທີ 5 ເມສາ 2020 ຜູ້ກ່ຽວໄດ້ຮັບຂ່າວວ່າໝູ່ ທີ່ມານຳກັນຕິດເຊື້ອພະຍາດ (ຜູ້ທີ 12) ແລະ ໃນວັນທີ 6 ເມສາ 2020 ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ (ບໍ່ມີອາການສະແດງ) ແລະ ໄດ້ເກັບຕົວຢ່າງມາກວດ ແລະ ຢັ້ງຢືນວ່າຕິດເຊື້ອ ໂຄວິດ-19 ເຊິ່ງລວມກໍລະນີສໍາຜັດ ໃກ້ຊິດທັງໝົດມີ 10 ຄົນ.
ມາຮອດມື້ນີ້, ຜູ້ຕິດເຊື້ອທັງໝົດຢູ່ລາວແມ່ນ 14 ຄົນ ແບ່ງເປັນແຫລ່ງຕິດເຊື້ອອອກເປັນ 5 ກຸ່ມ ຄື: ພະນັກງານໂຮງແຮມ, ພະນັກງານນຳທ່ຽວ, ຊ່າງເສີມສວຍ, ພະນັກງານພູເບັ້ຍມາຍນິງ ແລະ ນັກສຶກສາຈາກອັງກິດ.

                                                                                                   ຄັດຈາກ ຂປລ.

ຕອບກັບ

ຂ່າວ/ບົດ​ອື່ນ