ຍານ​ອາ​ວະ​ກາດ​ຄົ້ນ​ຫາ​ດວງ​ຕາ​ເວັນ ຂອງ ອິນ​ເດຍ ໄດ້​ໄປ​​ຮອດຈຸດ​ໝາຍ​ປາຍ​ທາງ​ຢ່າງ​ສຳ​ເລັດ​ຜົນ

(VOVWORLD) - ຍານອາວະກາດ Aditya-L1 ສາມາດສຳຫຼວດດວງຕາເວັນໄດ້ຢ່າງຕໍ່ເນື່ອງໂດຍບໍ່ຖືກກີດກັ້ນຈາກປະກົດການສຸລິຍະຄາດ ຫຼື ຖືກບົດບັງ. ສິ່ງດັ່ງກ່າວອະນຸຍາດໃຫ້ບັນດານັກວິທະຍາສາດສາມາດຄົ້ນຄວ້າບັນດາການເຄື່ອນໄຫວຂອງດວງຕາເວັນ ແລະ ການກະທົບຕໍ່ອາກາດອາວະກາດຕາມເວລາຕົວຈິງ.
ຍານ​ອາ​ວະ​ກາດ​ຄົ້ນ​ຫາ​ດວງ​ຕາ​ເວັນ ຂອງ ອິນ​ເດຍ ໄດ້​ໄປ​​ຮອດຈຸດ​ໝາຍ​ປາຍ​ທາງ​ຢ່າງ​ສຳ​ເລັດ​ຜົນ - ảnh 1ຍານອາວະກາດ Aditya-L1 ຂອງ ອິນເດຍ ເຂົ້າວົງໂຄຈອນອ້ອມຈຸດ  L1. (ພາບ: ANI)

ຍານອາວະກາດທີ່ມີໜ້າທີ່ຄົ້ນຫາດວງຕາເວັນຂອງ ອິນເດຍ ທີ່ມີຊື່ວ່າ Aditya-L1 ໄດ້ປະຕິບັດສຳເລັດການເດີນທາງ ແລະ ໄປຮອດຈຸດໝາຍສຸດທ້າຍ ນັ້ນແມ່ນ ວົງໂຄຈອນອ້ອມຈຸດ  Lagrange L1, ໃນວັນທີ 6 ມັງກອນ. ນີ້ແມ່ນຂີດໝາຍໃໝ່ທາງດ້ານວິທະຍາສາດທີ່ສຳຄັນຂອງ ອິນເດຍ.

ຍານອາວະກາດສຳຫຼວດ ດວງຕາເວັນ ດັ່ງກ່າວ ໂດຍອົງການຄົ້ນຄວ້າອາວະກາດ ອິນເດຍ (ISRO) ປະດິດສ້າງ, ໄດ້ຍິງຂຶ້ນອາວະກາດເມື່ອເດືອນກັນຍາ 2023, ຈາກສູນອາວະກາດ Satish Dhawan ຢູ່ເກາະ Sriharikota, ລັດ Andhra Pradesh. ພາຍຫຼັງໄລຍະເວລາ 4 ເດືອນ, ຍານອາວະກາດດັ່ງກ່າວ ກໍປະຕິບັດສຳເລັດການເດີນທາງ ແລະ ໄປຮອດວົງໂຄຈອນອ້ອມຈຸດ Lagrange 1 (L1) ໃນອາວະກາດ, ເຊິ່ງຫ່າງຈາກໜ່ວຍໂລກປະມານ 1,5 ລ້ານ Km. ຢູ່ທີ່ຕັ້ງຍຸດທະສາດນີ້, ຍານອາວະກາດ Aditya-L1 ສາມາດສຳຫຼວດດວງຕາເວັນໄດ້ຢ່າງຕໍ່ເນື່ອງໂດຍບໍ່ຖືກກີດກັ້ນຈາກປະກົດການສຸລິຍະຄາດ ຫຼື ຖືກບົດບັງ. ສິ່ງດັ່ງກ່າວອະນຸຍາດໃຫ້ບັນດານັກວິທະຍາສາດສາມາດຄົ້ນຄວ້າບັນດາການເຄື່ອນໄຫວຂອງດວງຕາເວັນ ແລະ ການກະທົບຕໍ່ອາກາດອາວະກາດຕາມເວລາຕົວຈິງ. ຄາດວ່າ, ຍານອາວະກາດ Aditya-L1 ຈະປະຕິບັດໜ້າທີ່ໃນເວລາ 5 ປີ.

ຮວ່າງຢຸງ, ນັກຂ່າວ VOV ປະຈຳ ຢູ່ ອິນເດຍ


ຕອບກັບ

ຂ່າວ/ບົດ​ອື່ນ